ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ການເຄື່ອນໄຫວບໍລິການນອກສະຖານທີ່ (ດ້ວຍລົດຕູ້ເຄື່ອນທີ່).
ການບໍລິການນອກສະຖານທີ່ຂອງ ທະນາຄານພັດທະນາລາວ ເປັນການບໍລິການດ້ວຍລົດຕູ້ເຄື່ອນທີ່. ເຊິ່ງສາມາດໃຫ້ບໍລິການທ່ານທາງດ້ານບໍລິການເງິນຝາກທຸກປະເພດ, ບໍລິການເງິນໂອນພາຍໃນ, ບໍລິການແລກປ່ຽນເງິນຕາຕ່າງປະເທດ. ນອກນັ້ນທ່ານຍັງສາມາດເປີດສະໝັກນໍາໃຊ້ບໍລິການ ATM ພ້ອມກັບສອບຖາມຂໍ້ມູນດ້ານການບໍລິການອື່ນໆທີ່ທ່ານສົນໃຈໄດ້ເຊັ່ນ: ການບໍລິການກ່ຽວກັບສິນເຊື່ອ ຫຼື Mobile Banking ຈາກພະນັກງານປະຈໍາລົດຕູ້ເຄື່ອນທີ່.
 
ຕາຕະລາງການເຄື່ອນໄຫວປົກກະຕິຂອງລົດຕູ້ເຄື່ອນທີ່ (ຕັ້ງແຕ່ເວລາ 09:00 ເຖິງ 15:00)
- ວັນອັງຄານ: ປະຈໍາໂຮງຮຽນວິທະຍາໄລຄູດົງຄໍາຊ້າງ.
- ວັນພຸດ: ປະຈໍາໂຮງຮຽນວິທະຍາໄລສັບພະວິຊາ.
- ວັນພະຫັດ: ປະຈໍາໂຮງຮຽນວິທະຍາໄລການເງິນດົງຄໍາຊ້າງ.
- ວັນສຸກ: ປະຈໍາໂຮງຮຽນວິທະຍາໄລ ກົດໝາຍພາກກາງ.
 
ຫາກອົງກອນໃດທີ່ຕ້ອງການໃຫ້ຮັບໃຊ້ ບໍລິການເຖິງສະຖານທີ່ສາມາດຕິດຕໍ່ພົວພັນໄດ້ທີ່:
ທະນາຄານພັດທະນາລາວ ສໍານັກງານໃຫຍ່
ຕັ້ງຢູ່ ຖະໜົນເລກທີ 013, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
P.O.BOX 2700
Mobile: (+856-20) 22203574
Tel: (+856-21) 213300 ຕໍ່ສູນຄົ້ນຄວ້າແລະການຕະຫຼາດ (511)
Fax: (+856-21) 263155 - 213304 - 222506
 
© Copyright 2012 Lao Development Bank All rights reserved.