ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ການມອບລາຍຮັບງົບປະມານຜ່ານລະບົບທະນາຄານ
ເພື່ອເຮັດໃຫ້ການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ໄດ້ມີການຈັດເກັບຢ່າງລວມສູນຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດສະບັບປັບປຸງໃນຂອບເຂດທົ່ວປະເທດ. ຮັບປະກັນການເກັບລາຍຮັບງົບປະມານເຂົ້າບັນຊີເງິນຝາກຂອງລັດຖະບານ ຜ່ານລະບົບທະນາຄານເປັນເອກະພາບໃນຂອບເຂດທົ່ວປະເທດ. ມີການແນະນໍາຂັ້ນຕອນ, ວິທີການມອບລາຍຮັບງົບປະມານແຫ່ງລັດ ເຂົ້າບັນຊີເງິນຝາກຂອງລັດຖະບານຂອງບັນດາອົງກອນຈັດຕັ້ງພາກລັດ-ເອກະຊົນ-ຕ່າງປະເທດ, ບໍລິສັດນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ, ວິສາຫະກິດຂະໜາດກາງ ແລະ ຫ້າງຮ້ານທຸລະກິດຂະໜາດນ້ອຍໃຫ້ປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ. ຫຼຸດຜ່ອນການໃຊ້ເງິນສົດ, ຫຼຸດຜ່ອນຂັ້ນຕອນໃຫ້ກະທັດຫັດລົງ, ອໍານວຍຄວາມສະດວກໃຫ້ທຸກພາກສ່ວນທຸລະກິດ, ອົງການຈັດຕັ້ງພັກ-ລັດ ແລະ ອົງການຕ່າງໆພາຍໃນ ແລະ ຕ່າງປະເທດໄດ້ເຄື່ອນໄຫວຕາມພາລະບົບບາດຂອງຕົນ.
 
I. ສິດ / ຜົນປະໂຫຍດ
ລູກຄ້າທີ່ມາຊໍາລະພາສີ-ອາກອນຜ່ານລະບົບທະນາຄານ (ທພລ) ຈະໄດ້ຮັບບູລິມະສິດພິເສດຄື: ບໍ່ຕ້ອງກົດບັດຄິວລໍຖ້າ ແມ່ນສາມາດເຂົ້າມາຊໍາລະໄດ້ທີ່ຈຸດບໍລິການພິເສດ ສະເພາະຄັງເງິນໄດ້ເລີຍ
 
II. ຄ່າທໍານຽມ
ບໍ່ໄດ້ເສຍຄ່າທໍານຽມ
 
III. ຊ່ອງທາງໃນການຊໍາລະ
1. ດ້ວຍເງິນສົດ
2. ດ້ວບແຊັກລະຫວ່າງ ທະນາຄານຫາທະນາຄານ
3. ແຊັກວິຊ່າມາຈາກທະນານຄານອື່ນ
4. ຜ່ານຕູ້ ATM
5. ຜ່ານລະບົບ Mobile Banking

ໝາຍເຫດ: ທຸກຊ່ອງທາງທີ່ກ່າວມາຂ້າງເທິງນັ້ນແມ່ນຈະຕ້ອງປະກອບມີ ໃບສັ່ງມອບ ມານໍາທຸກເທື່ອ.
ກໍລະນີບໍ່ມີໃບສັ່ງມອບ: ໃຫ້ຕິດຕໍ່ພົວພັນກັບຄັງເງິນໂດຍກົງ.
 
ພາຍຫຼັງລູກຄ້າໄດ້ມອບແລ້ວໃຫ້ລູກຄ້າເກັບເອກະສານໃບສັ່ງມອບຊຸດນັ້ນໄວ້ ເພື່ອເປັນຫຼັກຖານຢັ້ງຢືນໃນການຊໍາລະພາສີ-ອາກອນ ໃນຄັ້ງນັ້ນໆ.
 
IV. ຂັ້ນຕອນ, ວິທີການມອບລາຍຮັບງົບປະມານຜ່ານລະບົບທະນາຄານ
 ທຸກໃບແຈ້ງມອບພັນທະເຂົ້າງົບປະມານແຫ່ງລັດເຊັ່ນ:
-ໃບແຈ້ງເສຍພາສີຂາອອກ-ຂາເຂົ້າປະເພດຕ່າງໆ
-ໃບສັ່ງມອບເງິນຄ່າທໍານຽມພາສີ
-ເອກະສານບົດບັນທຶກການຊໍາລະອາກອນປະເພດຕ່າງໆ
-ໃບແຈ້ງເສຍອາກອນມູນຄ່າເພີ່ມ
-ໃບແຈ້ງເສຍອາກອນມູນຄ່າເພີ່ມ (ສໍາລັບບໍລິການ)
-ໃບແຈ້ງເສຍອາກອນແບບລວມ
-ໃບແຈ້ງເສຍອາກອນກໍາໄລ
-ໃບສັ່ງມອບ
-ໃບແຈ້ງເສຍອາກອນລ່ວງໜ້າ
-ໃບສັ່ງມອບຂອງກົມຄຸ້ມຄອງຊັບສິນລັດ
-ໃບສັ່ງມອບຂອງກົມຄຸ້ມຄອງລັດວິສາຫະກິດ
-ແລະໃບມອບພັນທະອື່ນໆທີ່ໄດ້ກໍານົດໄວ້ໃນລະບຽບການ
ທາງບໍລິສັດ ແລະ ບັນດາອົງກອນຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ປະຈໍາຢູ່ ສ.ປ.ປ. ລາວ(ຕາມການກໍານົດໃນສັນຍາຜູກພັນ) ຈະເປັນຜູ້ຢືນດ້ວຍຕົນເອງ ແລະ ມອບພັນທະຜ່ານລະບົບທະນາຄານຈໍານວນໃຫ້ຄົບຖ້ວນດ້ວຍເງິນສົດ, ແຊັກ, ການໂອນຜ່ານບັນຊີ, ການໂອນບັນຊີທາງເອເລັກໂຕຣນິກ, ບັດເອເລັກໂຕຣນິກ ແລະ ເຄື່ອງມືຊໍາລະສະສາງທາງດ້ານການເງິນ

 ທຸກປະເພດລາຍຮັບທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ຕ້ອງໄດ້ມອບເຂົ້າບັນຊີເງິນຝາກຂອງລັດຖະບານທີ່ໄດ້ເປີດໄວ້ຢູ່ທະນາຄານ, ຍົກເວັ້ນບາງປະເພດລາຍຮັບທີ່ມອບບໍ່ເປັນປົກກະຕິ, ມີຈໍານວນເງິນໜ້ອຍ ແລະ ບາງປະເພດລາຍຮັບທີ່ເກີດຂຶ້ນຢູ່ເຂດຫ່າງໄກສອກຫຼີກ ບ່ອນທີ່ບໍ່ມີໜ່ວຍບໍລິການຂອງທະນາຄານ ໃຫ້ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ, ສະບັບເລກທີ 0204/ກງ, ລົງວັນທີ: 12/02/2009.
 
© Copyright 2012 Lao Development Bank All rights reserved.