ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ສິນເຊື່ອ ເອສເອັມອີ SME
ແມ່ນສິນເຊື່ອ ເພື່ອສົ່ງເສີມການຜະລິດເປັນສິນຄ້າ, ການຄ້າ, ການບໍລິການ ແລະອື່ນໆ ໂດຍເລັ່ງໃສ່ບັນດາ ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະກາງໃນທຸກຂະແໜງການເສດຖະກິດ ໃຫ້ສາມາດເຂົ້າເຖິງແຫລ່ງເງິນກູ້ໄດ້ຫຼາຍຂຶ້ນ.
ທະນາຄານພັດທະນາລາວ ໃຫ້ບໍລິການດ້ານສິນເຊື່ອ SME ຫຼາກຫຼາຍຮູບແບບ ເຊັ່ນ: ເງິນກູ້ເປັນວົງ, ເງິນລ່ວງໜ້າ, ໃຫ້ກູ້ແບບເບີກເກີນບັນຊີ, ເງິນກູ້ໜູນວຽນ, ເງິນກູ້ເພື່ອເປີດໜັງສືສິນເຊື່ອເພື່ອການຄ້າຂາເຂົ້າ(L/C) ແລະ ໜັງສືຄໍ້າປະກັນຕ່າງໆ.
 
ກໍານົດເວລາໃນການໃຫ້ສິນເຊື່ອແມ່ນປະກອບມີໄລຍະສັ້ນ, ກາງ ແລະ ຍາວ ໃນອັດຕາດອກເບ້ຍທີ່ກໍານົດອອກໃນແຕ່ລະໄລຍະ. ສໍາລັບແຕ່ລະສະກຸນເງິນ (ກີບ, ບາດ ແລະ ໂດລາສະຫະລັດ).
 
ເປົ້າໝາຍຕົ້ນຕໍຂອງ ທະນາຄານພັດທະນາລາວ ໃນການໃຫ້ບໍລິການສິນເຊື່ອແມ່ນ: ເພື່ອສົ່ງເສີມ ແລະ ພັດທະນາວິສະຫະກິດຂະໜາດນ້ອຍ ແລະ ກາງ ໃນທຸກຂະແໜງການເສດຖະກິດ. ແນ່ໃສ່ການສົ່ງເສີມພື້ນຖານເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
 
ຜູ້ທີ່ສາມາດກູ້ຢືມເງິນຕ້ອງມີເງື່ອນໄຂຕົ້ນຕໍຕ່າງໆເຊັ່ນ: ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ, ມີລະບຽບທຸລະກິດ, ທະບຽນອາກອນ ແລະ ໃບອະນຸຍາດເຄື່ອນໄຫວທຸລະກິດຖືກຕ້ອງ, ມີທຶນຕົນເອງປະກອບສ່ວນຈໍານວນໃດໜຶ່ງ, ມີແຫຼ່ງລາຍຮັບຕົ້ນຕໍ ແລະ ສໍາຮອງທີ່ແນ່ນອນໃດໜຶ່ງ ເພື່ອຮອງຮັບການຊໍາລະສະສາງ ແລະ ຫຼັກຄໍ້າປະກັນ.
ແຕ່ຢ່າງໃດກໍ່ຕາມ, ການປ່ອຍສິນເຊື່ອແມ່ນອີງໃສ່ປະສິດທິຜົນຂອງໂຄງການ ຫຼື ທຸລະກິດເປັນຫຼັກ. ໂດຍບໍ່ຖືເອົາຫຼັກຊັບ ຄໍ້າປະກັນເປັນບັນຫາສໍາຄັນຕົ້ນຕໍ.
 
ສະຫຼຸບລວມແລ້ວ: ທຸກການເຄື່ອນໄຫວຂອງສິນເຊື່ອ ທະນາຄານພັດທະນາລາວ ແມ່ນປະຕິບັດຕາມຂໍ້ກໍານົດລະບຽບຂອງຕົນ ທີ່ສະພາບໍລິຫານຮັບຮອງເອົາແຕ່ລະໄລຍະ, ຂໍ້ກໍານົດ ແລະ ແຈ້ງການຕ່າງໆຂອງ ທະນາຄານແຫ່ງ ສ.ປ.ປ ລາວ ຕະຫຼອດຮອດກົດໝາຍຕ່າງໆ ແລະ ແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງອອກໃນແຕ່ລະໄລຍະ.
 
ການປ່ອຍສິນເຊືອຕ້ອງໄດ້ຜ່ານການວິເຄາະປະເມີນຜົນໂດຍ ທະນາຄານພັດທະນາລາວ, ເລັ່ງໃສ່ຜົນຕອບແທນຂອງທຸລະກິດຂອງລູກຄ້າ ແລະ ຄວາມສ່ຽງທີ່ກ່ຽວຂ້ອງ, ມີຄວາມຢືດຢຸນໄດ້ ແຕ່ຕ້ອງນອນຢູ່ໃນເງື່ອນໄຂທີ່ຍອມຮັບໄດ້. ຮັບປະກັນດ້ານຄຸນນະພາບຂອງສິນເຊື່ອໂດຍລວມ, ດໍາເນີນຕາມພາລະບົດບາດທາງດ້ານການເມືອງ ແລະ ທຸລະກິດຂອງຕົນໃຫ້ມີປະສິດທິພາບ, ປະສິດຕິຜົນສູງ ແລະ ມີຜົນກໍາໄລ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມຂອງລັດ, ປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.
 
 
© Copyright 2012 Lao Development Bank All rights reserved.