ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ບໍລິການ​ເງິນ​ຝາກ, ບັນຊີ​ເງິນ​ຝາກ​ປະ​ຢັດ Savings Accounts
ຫາກທ່ານຕ້ອງການປະຢັດເງິນໃນໄລຍະສັ້ນໆຫຼືເພື່ອຕ້ອງການຄວາມຄ່ອງໂຕໃນການຝາກ-ຖອນ. ເຊິ່ງທ່ານສາມາດໃຊ້ໄດ້ທັງປຶ້ມ
ບັນຊີເງິນຝາກແລະບັດATM. ນອກຈາກນີ້ທ່ານຍັງສາມາດຂໍໃຊ້ບໍລິການຫັກບັນຊີເພື່ອຊຳລະຄ່ານ້ຳປະປາ, ຄ່າໂທລະສັບ. ໂດຍມີ
ການຫັກຊໍາລະເປັນລາຍເດືອນຕາມໃບແຈ້ງການຮຽກເກັບເງິນ, ໂດຍທະນາຄານຈະຈ່າຍດອກເບ້ຍໃຫ້ປີລະ2ຄັ້ງ, ໃນທ້າຍເດືອນ6
ແລະທ້າຍເດືອນ12ຂອງທຸກໆປິ.
 
I. ຜົນປະໂຫຍດ/ ຈຸດເດັ່ນ. ( ລັກສະນະ )
- ເປັນບັນຊີເພື່ອໃຊ້ໃນການປະຢັດເງິນໃນໄລຍະສັ້ນ, ມີຄວາມສະດວກໃນການຝາກ-ຖອນ.
- ສາມາດເຮັດບັດATMເພື່ອຄວາມສະດວກໃນການຖອນຫຼືໂອນເງິນຜ່ານເຄື່ອງATMຂອງທະນາຄານພັດທະນາລາວໄດ້.
- ທະນາຄານຈະເປັນຜູ້ເຮັດປຶ້ມບັນຊີເງິນຝາກໃຫ້ເປັນຫຼັກຖານ, ເພື່ອໃຊ້ໃນການເຄື່ອນໄຫວທາງດ້ານການເງິນແກ່ທ່ານ.
 
II. ອັດຕາດອກເບ້ຍ.
- ຄິດໄລ່ຕາມອັດຕາດອກເບ້ຍໃນໄລຍະທີ່ໄດ້ເປີດບັນຊີ.
- ຄິດໄລ່ດອກເບ້ຍເປັນມື້ຈາກຍອດເຫຼືອເງິນຝາກຕາມອັດຕາທີ່ທາງທະນາຄານໄດ້ກໍານົດແລະຈ່າຍປີລະ2ຄັ້ງ. (30ມິຖຸນາແລະ31ທັນວາ).
- ອັດຕາດອກເບ້ຍຕໍ່ປີເປັນ(%): ເງິນກີບ:3.5%, ເງິນບາດ: 1.00%, ເງິນໂດລາ:1.25%
 
III. ວົງເງິນເລີ່ມຕົ້ນ.
- ວົງເງິນເລີ່ມຕົນໃນການເປີດບັນຊີຝາກປະຢັດ: ເງິນກີບ:100,000ກີບ, ເງິນບາດ:500ບາດ, ເງິນໂດລາ:20ໂດລາ.
 
IV. ເງື່ອນໄຂການຝາກ ແລະຄ່າທຳນຽມ.
- ເຈົ້າຂອງບັນຊີຕ້ອງຮັກສາບັນຊີເງິນຝາກນີ້ໄວ້ຢ່າງປອດໄພ. ຖ້າປຶ້ມເສຍຫາຍຕ້ອງແຈ້ງໃຫ້ທາງທະນາຄານຮັບຮູ້ທັນທີ. (ແລ້ວເຮັດໃບແຈ້ງເສຍຫາຍຈາກການປົກຄອງບ້ານມາເພື່ອເຮັດປຶ້ມຫົວໃໝ່).
- ຫາກຜູ້ຝາກມີການປ່ຽນຊື່, ນາມສະກຸນແລະທີ່ຢູ່ຕ້ອງແຈ້ງໃຫ້ທາງທະນາຄານຮັບຮູ້ທັນທີແລະປຶ້ມດັ່ງກ່າວໃຊ້ໄດ້ສະເພາະຜູ້ຝາກ
ເທົ່ານັ້ນ. ຈະໂອນຫຼືປ່ຽນມືບໍ່ໄດ້.
- ປຶ້ມເງິນຝາກແຕ່ລະຫົວມີເລກກໍາກັບໄວ້ທຸກໜ້າ, ຫ້າມຈີກຫຼືເຮັດເປື້ອນ, ຫ້າມປັບປຸງ, ແກ້ໄຂຂໍ້ຄວາມປະໂຫຍກ, ຈໍານວນເງິນຝາກ ແລະ ຫ້າມປ່ຽນແປງຊື່ເຈົ້າຂອງບັນຊີໂດຍເດັດຂາດ.
- ການຝາກ-ຖອນແຕ່ລະຄັ້ງ, ເຈົ້າຂອງບັນຊີຕ້ອງກວດສອບເບິ່ງຈໍານວນເງິນແລະຍອດເງິນເຫຼືອໃນບັນຊີຢ່າງຄັກແນ່. ຖ້າມີສິ່ງຜິດ
ພາດຕ້ອງແຈ້ງໃຫ້ພະນັກງານທະນາຄານຮັບຮູ້ທັນທີທັນໃດເພື່ອແກ້ໄຂໃຫ້ຖືກຕ້ອງ.
- ໃນກໍລະນີເຈົ້າຂອງບັນຊີບໍ່ສາມາດມາຖອນເງິນໄດ້ດ້ວຍຕົນເອງ, ຕ້ອງມອບສິດໃຫ້ຜູ້ທີ່ວາງໃຈໄດ້ເປັນລາຍລັກອັກສອນຢັ້ງຢືນຈາກ
ເຈົ້າຂອງບັນຊີຫຼືກົມກອງພ້ອມປຶ້ມເງິນຝາກມາ, ບັດປະຈໍາຕົວທັງຜູ້ມອບແລະຜູ້ຮັບມາພ້ອມ, ເພື່ອມາຖອນແທນຕົນເອງ.
- ການປ່ຽນປຶ້ມໃໝ່ໃນກໍລະນີເສຍຫາຍຫຼືຖືກທໍາລາຍແມ່ນຈະເກັບຄ່າທໍານຽມ, ເງິນກີບ:20,000ກີບ, ເງິນບາດ:100ບາດ, ເງິນໂດລາ:2ໂດລາ.
- ຄ່າທໍານຽມປິດບັນຊີ, ເງິນກີບ:10,000ກີບ, ເງິນບາດ:50ບາດ, ເງິນໂດລາ:1ໂດລາ.
- ກໍລະນີເງິນຝາກຂັ້ນຕໍ່າຫຼຸດຍອດທີ່ກໍານົດໄວ້ແມ່ນຈະເກັບຄ່າທໍານຽມ, ເງິນກີບ:10,000ກີບ, ເງິນບາດ:50ບາດ,
ເງິນໂດລາ:1ໂດລາ.
- ຖ້າປິດບັນຊີກ່ອນ3ເດືອນຫຼັງຈາກເປີດແມ່ນຈະເກັບຄ່າທໍານຽມ, ເງິນກີບ:25,000ກີບ, ເງິນບາດ:100ບາດ, ເງິນໂດລາ:2ໂດລາ.
- ບັນຊີຝາກປະຢັດທີ່ບໍ່ເຄື່ອນໄຫວເກີນ1ປີແລະມີຍອດ5,000ກີບ, 1ໂດລາ, 50ບາດ. ລົງມາຂ້າມປີແມ່ນຈະຖືກປິດບັນຊີແລະໂອນ
ເປັນລາຍຮັບຂອງທພລ.
 
V. ເອກະສານໃນການເປີດບັນຊີ.
- ບັດປະຈໍາຕົວຫຼືສໍາມະໂນຄົວ.
- ປະກອບແບບຟອມຂອງທພລ, ພ້ອມວາງລາຍເຊັນແລະວາງເງື່ອນໄຂໃນການສັ່ງຈ່າຍ.
 
VI. ເອກະສານໃນການຖອນເງິນ.
- ບັດປະຈໍາຕົວຫຼືສໍາມະໂນຄົວ(ທີ່ວາງເງື່ອນໄຂເບື້ອງຕົນນໍາທພລ).
- ໃບຖອນເງິນສົດ(ພ້ອມວາງລາຍເຊັນ).
- ກໍລະນີເຈົ້າຂອງບັນຊີມາເອງບໍ່ໄດ້ຕ້ອງມີໃບມອບສິດເຊັນຢັ້ງຢືນຈາກບ້ານຫຼືກົມກອງ(ບັດປະຈໍາຕົວທັງຜູ້ມອບແລະຜູ້ຮັບ).
 
VII. ຂັ້ນຕອນໃນການຝາກປະຢັດ.
- ລູກຄ້າປະກອບແບບຟອມ.
- ພະນັກງານຈະສ້າງIDແລະທໍາການອະນຸມັດ.
- ພະນັກງານຈະອອກເລກບັນຊີໃຫ້ຕາມລໍາດັບ.
- ລູກຄ້າສ້າງໃບມອບເງິນສົດແລ້ວນໍາໄປມອບໃຫ້ຄັງເງິນສົດ.
- ລໍຖ້າການອະນຸມັດແລະທໍາການພິມປຶ້ມອອກໃຫ້ລູກຄ້າ.
 
 
© Copyright 2012 Lao Development Bank All rights reserved.