ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ສິນເຊື່ອ ບຸກຄົນ Personal Loan
ເພື່ອຕອບສະໜອງໃນການກູ້ຢືມແກ່ບຸກຄົນທົ່ວໄປ, ໃນນັ້ນລວມເຖິງພະນັກງານທີ່ສັງກັດລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ບຸກ
ຄົນທົ່ວໄປ ທີ່ມີວຽກເຮັດງານທໍາມີລາຍໄດ້ ແນ່ນອນເປັນແຕ່ລະເດືອນ ມີການຈັດຕັ້ງທີ່ໝັ້ນຄົງ ແລະ ບຸກຄົນທີ່ດໍາເນີນທຸລະກິດຂະໜາດ ນ້ອຍ ຊື້ເຄື່ອງອຸປະໂພກ - ບໍລິໂພກມາຂາຍຫຼືຈໍາໜ່າຍ, ເຊິ່ງທີ່ຜ່ານມາແມ່ນບໍ່ມີໂອກາດເຂົ້າຫາແຫລ່ງທຶນ, ຍ້ອນເງື່ອນໄຂ ແລະ ຂໍ້ຈໍາກັດ ຂອງສະຖາບັນການເງິນ. ເພື່ອໃຫ້ກຸ່ມຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍໃນທຸກຂະແໜງການເສດຖະກິດ ທີ່ມີລາຍຮັບປົກກະຕິສາມາດເຂົ້າ ເຖິງແຫລ່ງທຶນໄດ້.
 
I. ເປົ້າໝາຍການນໍາໃຊ້ເງິນກູ້
+ ກູ້ຢຶມເພື່ອໄປຊໍາລະຄ່າປິ້ນປົວໃນຄອບຄົວ
+ ກູ້ຢືມສຸກເສີນແກ້ໄຂຄວາມທຸກຍາກໃນຄອບຄົວ.
+ ກູ້ຢຶມສ້ອມແປງນ້ອຍປະເພດພາຫະນະ.
+ ກູ້ຢືມເພື່ອເປັນທຶນການສຶກສາ.
+ ເປັນທຶນໝູນວຽນໃນທຸລະກິດຂະໜາດນ້ອຍ. (ຊື້ເຄື່ອງອຸປະໂພກ-ບໍລິໂພກ).
+ ຊື້ອຸປະກອນການສຶກສາຮັບໃຊ້ຕົນເອງ ແລະ ຄອບຄົວເຊັ່ນ: ຄອມພິວເຕີ...
+ ຊື້ອຸປະກອນຮັບໃຊ້ຄົວເຮືອນເຊັ່ນ: ເຕົາແກັດ, ຕູ້ເຢັນ, ເຕົ້ານໍ້າຮ້ອນ, ແອ.
+ ຊື້ເຄື່ອງເຟີນິເຈີ້ປະກອບໃສ່ເຮືອນ
+ ສ້ອມແປງພາຫະນະຢູ່ໃນລະດັບກາງ ແລະໃຫຍ່.
+ ຊື້ເຄື່ອງຈັກຜະລິດ.
+ ອື່ນໆ...
 
II. ການຄຸ້ມຄອງ
> ເງິນກູ້ໃຫ້ແກ່ບຸກຄົນແມ່ນຖືກຄຸ້ມຄອງໂດຍນະໂຍບາຍ ແລະ ລະບຽບຂັ້ນຕອນສິນເຊື່ອຂອງທະນາຄານ ພັດທະນາລາວ ຄືກັນກັບການຄຸ້ມ
ຄອງເງິນກູ້ໃຫ້ແກ່ລູກຄ້າລາຍອື່ນໆທົ່ວໄປ.
 
III. ບຸກຄົນທີ່ມີເງື່ອນໄຂໃຫ້ກູ້ຢືມ
> ຜູ້ກູ້ຢືມແມ່ນບຸກຄົນທົ່ວໄປທີ່ມີສັນຊາດລາວ, ອາຍຸຕັ້ງແຕ່18ປີຂຶ້ນໄປ ແລະ ສູງສຸດບໍ່ເກີນ65ປີ, ໃນມື້ຄົບກໍານົດສັນຍາກູ້, ມີແຫຼ່ງລາຍຮັບພຽງພໍໃນການຊໍາລະເງິນກູ້ຄືນ, ມີຄວາມໝັ້ນຄົງໃນອາຊີບການງານ.
> ເງື່ອນໄຂຂອງບຸກຄົນທີ່ເປັນພະນັກງານ, ລັດຖະກອນ ຕ້ອງເປັນພະນັກງານສົມບູນຂອງອົງກອນນັ້ນ, ຜູ້ທີ່ເຮັດວຽກປະຈໍາການເປັນ ປົກກະຕິທີ່ມີອາຍຸການເຮັດວຽກ3ປີຂຶ້ນໄປ ແລະ ແມ່ນພະນັກງານທີ່ບໍ່ເຄີຍມີໜີ້ສິນຄຸມເຄືອ ທວງຍາກມາກ່ອນຈາກທະນາຄານ, ສະຖາບັນ ການເງິນ ແລະ ພາກສ່ວນພາຍນອກອື່ນໆ.
> ຜູ້ກູ້ຢືມຕ້ອງໄດ້ມາເປີດບັນຊີເງິນຝາກນໍາທະນາຄານ ພັດທະນາລາວ ແລະ ຈັດແຈງໂອນເງິນເດືອນຈາກອົງກອນຂອງຕົນມາເຂົ້າ ບັນຊີດັ່ງກ່າວເພື່ອສະດວກໃນການຊໍາລະຕົ້ນທຶນ ແລະ ດອກເບ້ຍ.
> ເງື່ອນໄຂຂອງບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍ ຕ້ອງມີປະສົບການໃນການດໍາເນີນທຸລະກິດ, ມີລາຍໄດ້ປົກກະຕິ ແລະ ບໍ່ມີໜີ້ສິນຄຸມເຄືອ ກັບພາກສ່ວນອື່ນ.
> ຜູ້ກູ້ຢືມຕ້ອງມີຫຼັກຊັບຄໍ້າປະກັນພຽງພໍ ຊຶ່ງມີມູນຄ່າປະເມີນຕາມລະບຽບທະນາຄານຄຸ້ມຕໍ່ຍອດໜີ້ທັງໝົດແຕ່100% ຫຼືSRI: Bຂຶ້ນໄປ.
 
IV. ວົງເງິນໃຫ້ກູ້, ກໍານົດເວລາ, ອັດຕາດອກເບ້ຍ ແລະ ເງືອນໄຂອື່ນໆ
> ພະນັກງານຜູ້ທີ່ມີລາຍຮັບພຽງແຕ່ເງິນເດືອນ ແມ່ນສາມາດໃຫ້ກູ້ຢືມໃນວົງເງິນສູງສຸດບໍ່ເກີນ20ລ້ານກີບ ຫຼື ທຽບເທົ່າເປັນ ເງິນຕາຕ່າງປະເທດກໍລະນີ, ຜູ້ກູ້ຢືມມີແຫລ່ງລາຍຮັບສໍາຮອງອື່ນໆທີ່ມີຫຼັກຖານຢັ້ງຢືນ, ສາມາດໃຫ້ກູ້ຢືມສູງສຸກບໍ່ເກີນ80ລ້ານກີບ ບົນພື້ນຖານການໄລ່ລຽງທຸລະກິດ,ກໍານົດເວລາກູ້ສູງສຸດບໍ່ເກີນ5ປີ.
> ວົງເງິນໃຫ້ກູ້ຢືມສູງສຸດຕໍ່ບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍຜູ້ໜຶ່ງບໍ່ເກີນ100ລ້ານກກີບ ຫຼືທຽບເທົ່າເງິນຕາຕ່າງປະເທດ.
> ອັດຕາດອກເບ້ຍ ແມ່ນກໍານົດເອົາຕາມອັດຕາທີ່ທາງທະນາຄານ ພັດທະນາລາວ ປະກາດໃຊ້ໃນແຕ່ລະໄລຍະ.
> ກໍານົດເວລາກູ້ຢືມ
+ ເງິນກູ້ໄລຍະສັ້ນ: ກໍານົດບໍ່ເກີນ 01ປີ.
+ ເງິນກູ້ໄລຍະກາງ: ກໍານົດບໍ່ເກີນ 03ປີ.
+ ເງິນກູ້ໄລຍະຍາວ: ກໍານົດບໍ່ເກີນ 05ປີ.
> ຫຼັກຊັບຄໍ້າປະກັນເງິນກູ້ຄື:
+ ປະເພດສັງຫາລິມະຊັບ ແລະ ອະສັງຫາລິມະຊັບເຊັ່ນ: ເງິນຝາກ, ພັນທະບັດ, ຮຸ້ນກູ້, ວັດຖຸມີຄ່າ, ກໍາມະສິດທີ່ດິນ, ເຮືອນ ແລະ
ພາຫະນະທີ່ມີການປະກັນໄພ (ຫຼັກຊັບປະເພດອະສັງຫາລິມະຊັບຕ້ອງໄດ້ໄປຈົດທະບຽນຕາມລະບຽບການຂອງ ທະນາຄານພັດ-
ທະນາລາວ).
+ ການຄໍ້າປະກັນຈາກບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມໜ້າເຊື່ອຖືໄດ້.
> ຄ່າທໍານຽມ/ຄ່າບໍລິການ
+ ແມ່ນເກັບຄ່າທໍານຽມ ຕາມແຈ້ງການການປັບປຸງອັດຕາຄ່າທໍານຽມໃນແຕ່ລະໄລຍະໃນນັ້ນມີຄ່າທໍານຽມອະນຸມັດເງິນກູ້ ແລະ ຄ່າທໍາ
ນຽມລົງປະເມີນຫຼັກຊັບຄໍ້າປະກັນ ການເກັບຄ່າທໍານຽມແມ່ນເກັບຫຼັງຈາກອະນຸມັດເງິນກູ້.
 
V. ແຫຼ່ງຮັບ ແລະ ວິທີການຊໍໍາລະໜີ້ຄືນ
> ແຫລ່ງທຶນຊໍາລະໜີ້ເງິນກູ້ສໍາລັບບຸກຄົນທີ່ເປັນ ພະນັກງານລັດຖະກອນແມ່ນໄດ້ມາຈາກເງິນເດືອນທີ່ຜູ້ກຸ້ຢືມສັງກັດຢູ່ແຕ່ລະ ອົງກອນ ຈະຕັດເງິນເດືອນຈາກບັນຊີເງິນຝາກຜູ້ກູ້ຢືມແຕ່ລະເດືອນພື້ນຖານການຄິດໄລ່ຈໍານວນຊໍາລະຕົ້ນທຶນແມ່ນເອົາຍອດວົງເງິນກູ້ຫານໃຫ້ຈໍານວນ ເດືອນທັງໝົດຂອງໄລຍະເວລາກູ້ຢືມ.
> ແຫລ່ງທຶນຊໍາລະໜີ້ສິນເງິນກູ້ສໍາລັບບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍແມ່ນຈະໄດ້ມາຈາກແຫລ່ງລາຍຮັບຂອງທຸລະກິດຕົ້ນຕໍ ຫຼື ທຸລະກິດສໍາຮອງ ອາດຈະແບ່ງຊໍາລະເປັນງວດສະເພາະຕົ້ນທຶນ ຫຼື ຂຶ້ນກັບການໄລ່ລຽງກະແສເງິນສົດຕົວຈິງ ສ່ວນດອກເບ້ຍແມ່ນສະລະ ເປັນລາຍເດືອນ.
 
VI. ຂັ້ນຕອນການສະເໜີກູ້ຢືມ ແລະ ພິຈາລະນາ
> ບຸກຄົນທີ່ເປັນພະນັກງານພາກລັດ, ເອກະຊົນ ຫຼືອົງການຈັດຕັ້ງສາກົນຕ່າງໆ ຕ້ອງຂຽນໃບສະເໜີໂດຍຜ່ານ ກົມກອງ, ພະແນກ ແລະ ຂະແໜງການຂອງຕົນຕາມແຕ່ລະຂັ້ນກ່ອນນໍາສະເໜີຂໍກູ້ຢືມ.
> ບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍ ຕ້ອງໄດ້ປະກອບເອກະສານຕາມອບບຟອມ ຂອງທະນາຄານ ພັດທະນາລາວໃຫ້ຄົບຖ້ວນ ກ່ອນນໍາສະເໜີຂໍກູ້ຢືມ.
> ການຄົ້ນຄວ້າ ແລະ ພິຈາລະນາອະນຸມັດການກູ້ຢືມຂອງບຸກຄົນ ຕ້ອງປະຕິບັດຕາມ9ຂັ້ນຕອນ ທີ່ໄດ້ກໍານົດໄວ້ເຊິ່ງເລີ່ມຈາກການ ສໍາພາດ,ປະກອບຄໍາຮ້ອງ, ວິເຄາະ, ອະນຸມັດ, ສ້າງສັນຍາ, ຖອນເງິນ, ຕິດຕາມກວດກາ, ໄກ່ເກ່ຍ ແລະ ຕໍ່ສັນຍາ.
> ສິດຂອບເຂດໃນການອະນຸມັດສິນເຊື່ອແມ່ນໃຫ້ປະຕິບັດຕາມສິດຂອບເຂດທີ່ໄດ້ຮັບ ການມອບໝາຍຈາກສະພາບໍລິຫານໃນແຕ່ລະ ໄລຍະ.
 
VII. ເອກະສານທີ່ຜູ້ກູ້ຢືມຕ້ອງໄດ້ປະກອບ
+ ໃບຄໍາຮ້ອງຂໍກູ້ຢືມ ຫຼື ໃບສະເໜີ (ຕາມແບບຟອມທະນາຄານ).
+ ສໍາເນົາບັດປະຈໍາຕົວ/ປຶ້ມສໍາມະໂນຄົວ.
+ ໃບຢັ້ງຢືນແຫລ່ງລາຍຮັບ ຫຼື ໃບຢັ້ງຢືນເງິນເດືອນ ຈາກອົງກອນທີ່ຕົນສັງກັດ
+ ໃບແຈ້ງຖານະການເງິນ (ຕາມແບບຟອມທະນາຄານ).
+ ເອກະສານຫຼັກຊັບຄໍ້າປະກັນ.
+ ເອກະສານອື່ນໆທີ່ເຫັນວ່າຈໍາເປັນ.
 
 
© Copyright 2012 Lao Development Bank All rights reserved.