| |
 |
| |
| (ຄໍາແນະນໍາການນໍາໃຊ້ Mobile Banking). |
| LDBMobile ເປັນຜະລິດຕະພັນໃໝ່, ສາມາດເຮັດທຸລະກໍາທາງການເງິນໄດ້ຢ່າງງ່າຍດາຍທຸກທີ, ທຸກເວລາ, ສະດວກ, ວ່ອງໄວ, ທັນໃຈ ແລະ ມີຄວາມປອດໄພສູງ. ເຮັດໃຫ້ຫລຸດຄ່າໃຊ້ຈ່າຍ, ບໍ່ເສຍເວລາໃນການເດີນທາງໄປຫາທະນາຄານ, ເຮັດທຸລະກໍາທາງການເງິນໄດ້ເຊັ່ນ: ການກວດສອບການເຄື່ອນ ໄຫວບັນຊີກວດຍອດເງິນເຫລືອ (ໂອນເງິນໄປຊໍາລະຄ່າໂທລະສັບ, ນໍ້າປະປາ,ໄຟຟ້າ ແລະ ຄ່າສິນຄ້າຕ່າງໆໄດ້ຢ່າງສະບາຍ). |
| |
| I. ອະທິບາຍສັບ: (ເປັນຄໍາສັບຫຍໍ້ທີ່ໃຊ້ໃນລະບົບບໍລິການທະນາຄານທາງໂທລະສັບມືຖື) |
1.1. PIN ເປັນເລກລະຫັດປະຈໍາຕົວຂອງລູກຄ້າທີ່ເຂົ້າໃຊ້ບໍລິການລະບົບ.
1.2.
Activate code ເປັນລະຫັດທີ່ໃຫ້ລູກຄ້າໃຊ້ເພື່ອຢືນຢັນໃນການນຳໃຊ້ລະບົບ.
1.3.
LDBMobile ເປັນການບໍລິການທະນາຄານທາງໂທລະສັບມືຖື.
1.4. SMS banking ເປັນການບໍລິການສອບຖາມຂໍ້ມູນການເຄື່ອນໄຫວຂອງບັນຊີ, ກວດຍອດເງິນໃນບັນຊີ ແລະ ເບິ່ງອັດຕາແລກປ່ຽນໂດຍຜ່ານການສົ່ງ SMS.
1.5. Alert SMS ເປັນການບໍລິການແຈ້ງເຕືອນການເຄື່ອນໄຫວຂອງບັນຊີທາງ SMS ໂດຍອັດຕະໂນມັດ.
1.6. XHTML banking ເປັນການບໍລິການເຮັດທຸລະກໍາຜ່ານ internet ທາງ browser ຜ່ານໂທລະສັບມືຖືໂດຍໃຊ້ກັບມືຖືທຸກລຸ້ນທີ່ອອກອິນເຕີເນັດໄດ້.
1.7. Application download ເປັນໂປຣແກຣມນໍາໃຊ້ທີ່ທາງທະນາຄານອະນຸຍາດໃຫ້ຜູ້ໃຊ້ບໍລິການດາວໂຫລດຜ່ານລິ້ງ (Link) ຂອງທະນາຄານມາຕິດຕັ້ງໄວ້ໃນມືຖືເພື່ອໃຊ້ບໍລິການເຊິ່ງ ແບ່ງອອກເປັນ 2 ຊ່ອງດັ່ງນີ້:
- Banking application ເປັນໂປຼແກຼມມາດຖານເພື່ອໃຫ້ຜູ້ໃຊ້ບໍລິການ ເຮັດທຸລະກຳຕ່າງໆທາງມືຖືເຊັ່ນ: ການກວດສອບເງິນ, ການເຄື່ອນໄຫວຂອງບັນຊີ ແລະ ການໂອນເງິນພາຍໃນບັນຊີ.
- Payment application ເປັນໂປຼແກຼມທີ່ສ້າງຂື້ນເພື່ອໃຫ້ຜູ້ໃຊ້ ເຮັດທຸລະກຳຕ່າງໆທາງໂທລະສັບ
ມືຖືໄດ້ຫລາກຫລາຍເຊັ່ນ: ການກວດສອບເງິນ, ການເຄື່ອນໄຫວຂອງບັນຊີ, ການໂອນເງິນພາຍໃນບັນຊີ, ການໂອນເພື່ອຊໍາລະຄ່າສາທາລະນຸປະໂພກ, ກວດເບິ່ງອັດ ຕາແລກປ່ຽນເງິນຕາ ແລະ ອື່ນໆ... |
| |
| II. ການໃຫ້ບໍລິການ LDBMobile |
2.1 ກວດສອບຍອດເງິນໃນບັນຊີໄດ້ ແລະ ສາມາດກວດສອບການເຄືື່ອນໄຫວຂອງແຕ່ລະບັນຊີຄືນຫລັງໄດ້ 5 ລາຍການ.
2.2 ໂອນເງິນລະຫວ່າງບັນຊີພາຍໃນເຄືອຂ່າຍຂອງທະນາຄານພັດທະນາລາວໄດ້ທົ່ວລະບົບ.
2.3 ສາມາດໂອນຫາບຸກຄົນທີ່ບໍ່ມີບັນຊີໄດ້ (ໂອນລອຍ).
2.4 ໂອນເງິນຊໍາລະຄ່າໂທລະສັບ, ຄ່າ internet, ຄ່າໄຟຟ້າ.
2.5 ເບິ່ງອັດຕາແລກປ່ຽນເງິນຕາຂອງ ທະນາຄານພັດທະນາລາວ.
2.6 ເບິ່ງຂໍ້ມູນຈຸດທີ່ຕັ້ງຂອງຕູ້ ATM ຂອງ ທະນາຄານພັດທະນາລາວ ທົ່ວປະເທດ.
|
| |
| III. ວົງເງິນໃນການເຮັດທຸລະກໍາ |
3.1 ໂອນເງິນໃຫ້ບັນຊີອື່ນໆທີ່ເຊື່ອມຕໍ່ກັບໝາຍເລກມືຖືໄດ້ 10 ລ້ານກີບ ຕໍ່ວັນ/ບັນຊີ (ເປັນລູກຄ້າທົ່ວ).
3.2 ໂອນເງິນເພື່ອຊໍາລະຄ່າສາທາລະນຸປະໂພກໄດ້.
3.3 ໂອນເງິນໃຫ້ບັນຊີຜູ້ອື່ນໄດ້ 50 ລ້ານ ກີບ ຕໍ່ວັນ/ບັນຊີສໍາຫລັບລູກຄ້າ VIP (ເປັນລູກຄ້າພິເສດ).
3.4 ໂອນຂ້າມສະກຸນເງິນບໍ່ເກີນ 20 ລ້ານກີບຕໍ່ມື້/ບັນຊີ.
3.5 ບັນຊີຄັງເງິນແມ່ນບໍ່ມີກໍານົດວົງເງິນໃນການໂອນ.
3.6 Super VIP ສາມາດໂອນໃຫ້ບັນຊີຜູ້ອື່ນໄດ້ເຖິງ 500 ລ້ານ ກີບຕໍ່ວັນ |
|
| |
| IV. ເງື່ອນໄຂການໃຫ້ບໍລິການ |
| ຂໍ້ຕົກລົງໃຊ້ບັງຄັບລະຫວ່າງທະນາຄານພັດທະນາລາວ ເຊິ່ງຕໍ່ໄປນີ້ເອີ້ນວ່າ ”ທະນາຄານ”ກັບລູກຄ້າທີ່ໄດ້ຮັບສິດໃຫ້ທ່ານໃຊ້ບໍລິການຂອງທະນາຄານພັດທະນາລາວທາງໂທລະສັບມືຖື LDBmobile (ເຊິ່ງຕໍ່ໄປນີ້ເອີ້ນວ່າ”ຜູ້ໃຊ້ບໍລິ ການ”).ໂດຍຜູ້ໃຊ້ບໍລິການຍິນຍອມ ແລະ ປະຕິບັດຕາມຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການທະນາຄານທາງໂທລະ ສັບມືຖື LDBmobile ດັ່ງລາຍລະອຽດລຸ່ມນີ້: |
| * ເງື່ອນໄຂການບໍລິການທະນາຄານທາງໂທລະສັບມືຖື: |
4.1 ທະນາຄານເປັນຜູ້ໃຫ້ບໍລິການທະນາຄານທາງໂທລະສັບມືຖື LDBMobile ຂໍສະຫງວນສິດໃນການພິຈາລະນາຕາມວິທີການ ແລະ ຂັ້ນຕອນຂອງທະນາຄານ.
4.2 ຜູ້ໃຊ້ບໍລິການຈະຕ້ອງມີບັນຊີເງິນຝາກປະຢັດ ຫຼື ບັນຊີເງິນຝາກກະແສລາຍວັນຢູ່ກັບທະນາຄານພັດທະນາລາວ.
4.3 ການເຊື່ອມຕໍ່ໝາຍເລກໂທລະສັບມືຖືໝາຍເລກດຽວສາມາດເຊື່ອມຕໍ່ໄດ້ກັບຫຼາຍເລກບັນຊີ, ໂດຍລະຫັດລູກຄ້າດຽວ (Customer ID).
4.4 ໃນກໍລະນີຜູ້ໃຊ້ບໍລິການທີ່ມີບັນຊີເງິນຝາກເປັນພາສາລາວ, ຕ້ອງໄດ້ປ່ຽນເປັນພາສາອັງກິດເພື່ອໃຫ້ລະບົບສາມາດເຮັດວຽກໄດ້ ແລະ ງ່າຍດາຍໃນການກວດສອບທຸລະກໍາຂອງທ່ານເອງ.
4.5 ຖ້າບັນຊີມີການເຊັນຮ່ວມ 2 ລາຍເຊັນຂື້ນໄປ, ຕ້ອງໄດ້ເຊັນລົງໃນແບບຟອມສະໝັກນໍາໃຊ້ຜະລິດຕະພັນ LDBMobile ໃຫ້ຖືກຕ້ອງຈິ່ງສາມາດເປີດໃຊ້ບໍລິການໄດ້.
4.6 ພາຍຫລັງຜູ້ໃຊ້ບໍລິການໄດ້ຮັບ PIN No ຈາກທະນາຄານແລ້ວ, ຕ້ອງເກັບຮັກສາລະຫັດບັດປະຈຳຕົວລະຫັດ (PIN) ໄວ້ໃນທີ່ປອດໄພ ແລະ ຖືເປັນຄວາມລັບພິເສດຂອງຜູ້ໃຊ້ບໍລິການເທົ່ານັ້ນ. ໃນກໍລະນີຫາກເຮັດຕົກເຮ່ຍເສຍຫາຍ ຫຼື ຖືກລັກ, ຜູ້ໃຊ້ບໍລິການສາມາດຕິດຕໍ່ທະນາຄານທີ່ contact center ຫຼື Tell: 021 216176. ຕະຫຼອດ 24ຊົ່ວໂມງ.
4.7 ຜູ້ໃຊ້ບໍລິການສາມາດໂອນເງິນໄດ້ສູງສຸດໃນວົງເງີນ 10 ລ້ານກີບ/ວັນ/ບັນຊີ, ຫຼື ຕາມຈໍານວນເງິນສູງສຸດທີ່ທາງທະນາຄານປະກາດປ່ຽນແປງ, ໂດຍທະນາຄານຈະຕັດບັນຊີຕາມຈໍານວນເງີນທີ່ລະບຸພ້ອມຄ່າທໍານຽມຈາກບັນຊີຂອງຜູ້ໃຊ້ບໍລິການເມື່ອຈໍານວນເງີນຖືກໂອນເຂົ້າບັນຊີຜູ້ຮັບແລ້ວ.
4.8 ຜູ້ໃຊ້ບໍລິການຈະບໍ່ໄດ້ຮັບເອກະສານຫຼັກຖານຈາກທະນາຄານເມື່ອມີການໂອນເງິນຜ່ານບໍລິການ LDBMobile, ໂດຍຜູ້ໃຊ້ບໍລິການຈະໄດ້ຮັບ SMS ແຈ້ງການເຮັດທຸລະກຳຕ່າງໆ, ນອກເໜືອຈາກລາຍ ການບັນທຶກປື້ມບັນຊີເງິນຝາກ ແລະ ສາມາດເບິ່ງຂໍ້ມູນການເຮັດທຸລະກຳຄືນຫຼັງໄດ້ 5 ຄັ້ງຫລັງສຸດຜ່ານການບໍລິການ LDBmobile.
4.9 ການເຮັດທຸລະກໍາໃດໜຶ່ງທາງໂທລະສັບມືຖື LDBmobile ໂດຍເປັນການເຮັດທຸລະກໍາຂອງຜູ້ໃຊ້ບໍລິການເອງ ຫຼື ເປັນການເຮັດທຸລະກໍາຂອງບຸກຄົນອື່ນໆເຊິ່ງເກີດຈາກຄວາມຜິດຜາດຂອງຜູ້ໃຊ້ບໍລິການເອງ ບໍ່ວ່າກໍລະນີໃດກໍ່ຕາມຖືວ່າທຸລະກໍາດັ່ງກ່າວຖືກຕ້ອງສົມບູນ ນັບຕັ້ງແຕ່ເວລາທີ່ທາງທະນາຄານສົ່ງຜົນຂອງການເຮັດທຸລະກໍານັ້ນກັບໄປຫາໂທລະສັບມືຖືຂອງຜູ້ໃຊ້ບໍລິການ ຕາມໝາຍເລກທີ່ໄດ້ສະໝັກໃຊ້ບໍລິການໄວ້ກັບທະນາຄານ, ເຊິ່ງຜູ້ໃຊ້ບໍລິການບໍ່ສາມາດຍົກເລີກ ຫຼື ປ່ຽນແປງໄດ້ ແລະ ຖືວ່າເປັນຄວາມຮັບຜິດຊອບຂອງຜູ້ໃຊ້ບໍລິການທັງໝົດ.
4.10 ຂໍ້ມູນດ້ານການເງິນການບັນຊີ ຫຼື ຂໍ້ມູນຂ່າວສານໃດໜຶ່ງທີ່ທະນາຄານຈັດສົ່ງໃຫ້ຜູ້ໃຊ້ບໍລິການ ຜ່ານທາງໂທລະສັບມືຖືພາຍໃຕ້ການບໍລິການນີ້, ຖືເປັນຂໍ້ມູນລັບທີ່ຜູ້ໃຊ້ບໍລິການບໍ່ຄວນເປີດເຜີຍຕໍ່ບຸກຄົນອື່ນ.
4.11 ໃນກໍລະນີທີ່ທະນາຄານມີຄວາມຈໍາເປັນ ຕ້ອງໄດ້ເປີດເຜີຍຂໍ້ມູນດ້ານການເງິນ ຫຼື ທຸລະກໍາທີ່ກ່ຽວຂ້ອງກັບການໃຊ້ບໍລິການຂອງຜູ້ໃຊ້ບໍລິການບຸກຄົນໃດໜື່ງ ຫຼື ຫຼາຍຄົນໃຫ້ແກ່ໜ່ວຍງານຂອງພາກລັດພາຍໃຕ້ບົດບັນຍັດຂອງກົດໝາຍ ຫລື ຄໍາສັ່ງຂອງສານ ຜູ້ໃຊ້ບໍລິການຕົກລົງຍິນຍອມໃຫ້ທະນາຄານເປີດເຜີຍລາຍງານຂໍ້ມູນທາງການເງິນຂອງຕົນມອບໃຫ້ແກ່ເຈົ້າໜ້າທີ່ ຫຼືໜ່ວຍງານລັດໄດ້ທຸກປະການ.
4.12 ກໍລະນີມີຄວາມເສຍຫາຍເກີດຂື້ນກັບບັນຊີຂອງຜູ້ໃຊ້ບໍລິການ ອັນເນື່ອງມາຈາກຄວາມຜິດພາດຂອງທະນາຄານ, ຜູ້ໃຊ້ບໍລິການຈະຕ້ອງຕິດຕໍ່ຫາທະນາຄານ contact center tell: 021216176, ເພື່ອແຈ້ງຄວາມເສຍຫາຍດັ່ງກ່າວພາຍໃນ 7 ວັນ, ນັບຕັ້ງແຕ່ມື້ເກີດເຫດການຂື້ນ. ແຕ່ຜູ້ໃຊ້ບໍລິການຕ້ອງຕົກລົງທີ່ຈະໃຫ້ຄວາມຮ່ວມມືກັບທາງທະນາຄານຢ່າງເຕັມທີ, ຖ້າຫາກວ່າ, ທາງທະນາຄານບໍ່ໄດ້ຮັບຄວາມຮ່ວມມືຈາກຜູ້ໃຊ້ບໍລິການ ທະນາຄານຂໍສະ ຫງວນສິດໃນການບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂື້ນ.
4.13 ຖ້າຫາກມີຄວາມເສຍຫາຍທີ່ເກີດຂື້ນກັບບັນຊີຂອງຜູ້ໃຊ້ບໍລິການອັນເນື່ອງມາຈາກຄວາມຜິດພາດຂອງຜູ້ໃຊ້ບໍລິການເອງ. ຜູ້ໃຊ້ບໍລິການຈະຕ້ອງແຈ້ງໃຫ້ທະນາຄານຮັບຮູ້ທັນທີໂດຍຜ່ານທາງ contact centerໂທ 021216176. ແລະ ຕົກລົງທີ່ຈະປະຕິບັດຕາມຄຳແນະນຳຂອງທະນາຄານ ແລະ ຍິນຍອມທີ່ຈະໃຫ້ຄວາມຮ່ວມມືກັບທະນາຄານໃນການດຳເນີນການຢ່າງເຕັມທີ່. ແຕ່ຖ້າຫາກທະນາຄານບໍ່ໄດ້ຮັບຄວາມຮ່ວມມືຈາກຜູ້ໃຊ້ບໍລິການ, ທະນາຄານຂໍສະຫງວນສິດໃນການບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂື້ນ. |
|
| |
| V. ຄວາມຮັບຜິດຊອບຂອງທະນາຄານ |
5.1 ໃນກໍລະນີທີ່ເກີດມີຄວາມຜິດພາດ, ລ້າຊ້າ ແລະ ຄວາມເສຍຫາຍໃດໆເນື່ອງຈາກການຮັບ-ສົ່ງຂໍ້ມູນ
ຂອງລະບົບເຄືອຂ່າຍມືຖື ຫລື ອຸປະກອນຂອງຜູ້ໃຊ້ບໍລິການເອງທາງທະນາຄານຈະບໍ່ຮັບຊອບໃນກໍລະນີນີ້.
5.2 ກໍລະນີທີ່ທະນາຄານເມີນເສີຍຕໍ່ການປະຕິບັດຕາມຄໍາສັ່ງຂອງຜູ້ໃຊ້ບໍລິການທີ່ເປັນສາເຫດ
ເຮັດໃຫ້ຜູ້ໃຊ້ບໍລິການ ຫຼື ຜູ້ຮັບໂອນເງິນບໍ່ໄດ້ຮັບເງີນຕາມຄໍາສັ່ງຂອງຜູ້ໃຊ້ບໍລິການ, ກໍລະນີດັ່ງກ່າວຖືວ່າເປັນຄວາມຮັບຜິດຊອບຂອງທະນາຄານ ຍົກເວັ້ນແຕ່, ເປັນກໍລະນີຜູ້ໃຊ້ບໍລິການມີຈໍານວນເງິນໃນບັນຊີບໍ່ພຽງພໍ, ຖືກລະງັບວົງເງິນສິນເຊື່ອ, ຜູ້ໃຊ້ບໍລິການຢູ່ໃນລະຫວ່າງການຖືກດໍາເນີນຄະດີໃດໜື່ງຕາມກົດໝາຍ, ທະນາຄານໄດ້ແຈ້ງເຖິງຂໍ້ຂັດຂ້ອງໃນການໂອນເງິນໃຫ້ຜູ້ໃຊ້ບໍລິການຮັບຮູ້ກ່ອນແລ້ວ, ຜິດເງື່ອນໄຂຂໍ້ຕົກລົງທີ່ໄດ້ໃຫ້ໄວ້ກັບທະນາຄານ ຫຼື ເກີດເຫດສຸດວິໄສໃນການໃຫ້ບໍລິການກໍລະນີດັ່ງກ່າວບໍ່ຖືເປັນຄວາມຮັບຜິດຊອບຂອງທະນາຄານ.
5.3 ທະນາຄານຈະດໍາເນີນການສືບສວນແກ້ໄຂຄວາມຜິດພາດ ແລະ ຄວາມເສຍຫາຍໃດໜື່ງໂດຍຈະຢຶດຖື
ຫຼັກການຂອງລັດ ແລະ ກົດໝາຍແຫ່ງ ສ.ປ.ປ.ລາວ ເປັນຫຼັກ. ທະນາຄານຂໍສະ ຫງວນສິດໃນການປະຕິເສດຕໍ່ຄໍາຮ້ອງຂໍຕ່າງໆທີ່ຂັດກັບຂໍໍ້ກໍານົດຫຼັກການຂອງລັດ ແລະ ກົດໝາຍແຫ່ງ ສ.ປ.ປ.ລາວ. |
| |
| VI. ຄ່າທໍານຽມ |
6.1 ຜູ້ໃຊ້ບໍລິການຕ້ອງຍິນຍອມເສຍຄ່າທໍານຽມໃນການໃຊ້ບໍລິການ ແລະ ເສຍຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງກັບການບໍລິການນີ້, ລວມທັງກໍລະນີທະນາຄານອອກລະຫັດໃຫ້ໃໝ່(ໃນກໍລະນີລູກຄ້າເຮັດເສຍເຫຍ ຫລື ລືມລະຫັດ) ທາງທະນາຄານຈະໄດ້ເກັບຄ່າທໍານຽມ, ໃນອັດຕາຄ່າທໍານຽມ ແລະ ຄ່າໃຊ້ຈ່າຍທີ່ທະນາຄານໄດ້ກໍານົດໄວ້, ໂດຍຜູ້ໃຊ້ບໍລິການຍິນຍອມໃຫ້ທະນາຄານຫັກຈາກບັນຊີເງິນຝາກຂອງຜູ້ໃຊ້ບໍລິການເອງເພື່ອຊໍາລະຄ່າທໍານຽມດັ່ງກ່າວ.
6.2 ທະນາຄານຂໍສະຫງວນສິດໃນການປ່ຽນແປງອັດຕາຄ່າໃຊ້ບໍລິການດັ່ງກ່າວຕາມທີ່ທະນາຄານພິຈາລະນາຕາມຄວາມເໝາະສົມ ໂດຍທາງທະນາຄານຈະແຈ້ງໃຫ້ຜູ້ໃຊ້ບໍລິການຮູ້ ຫຼື ຕິດປະກາດໄວ້ໃນແຕ່ລະສາຂາ ຫຼື ເວັບໄຊ (website) ຂອງທະນາຄານພັດທະນາລາວ. |
ອັດຕາຄ່າທໍານຽມບໍລິການໂອນເງິນຜ່ານລະບົບໂມບາຍແບ້ງຄິງ (Mobile Banking) ອັບເດດວັນທີ: 16 ພຶດສະພາ 2012
| ລ/ດ |
ເນຶ້ອໃນ |
ລູກຄ້າ VIP |
ລູກຄ້າທົ່ວໄປ |
| ກີບ |
ໂດລາ |
ບາດ |
ກີບ |
ໂດລາ |
ບາດ |
| 1 |
ຄ່າເຊົ່າປະຈໍາເດືອນ |
10.000 |
1.50 |
40 |
5.000 |
0.70 |
20 |
| 2 |
Alert SMS |
15.000 |
2.00 |
60 |
15.000 |
2.00 |
60 |
| 3 |
ໂອນຈາກບັນຊີໜຶ່ງຫາບັນຊີອື່ນພາຍໃນ ທພລ (ຕໍ່ຄັ້ງ) |
2.000 |
0.30 |
10 |
2.000 |
0.30 |
10 |
| 4 |
ຄ່າທຳນຽມໃນການໂອນເງິນ SUPER VIP |
20.000 |
2.8 |
80 |
- |
- |
- |
| 5 |
ຂໍລະຫັດຄືນ (ລືມລະຫັດ) |
5.000 |
0.70 |
20 |
5.000 |
0.70 |
20 |
| 6 |
ປ່ຽນພາສາ ເພີ່ມ/ລຶບ |
5.000 |
0.70 |
20 |
5.000 |
0.70 |
20 |
|
| |
| VII. ການຍົກເລີກການນໍາໃຊ້ບໍລິການ |
7.1 ທະນາຄານຂໍສະຫງວນສິດໃນການແກ້ໄຂປ່ຽນແປງ ແລະ ຂໍ້ກໍານົດການໃຫ້ບໍລິການທະນາຄານທາງໂທລະສັບມືຖື (mobile banking), ຕາມທີ່ທະນາຄານພິຈາລະນາຕາມຄວາມເໝາະສົມ ແລະ ມີສິດທີ່ຈະຍົກເລີກການບໍລິການທັງໝົດ ຫລື ຈຳນວນໃດໜື່ງ ຫຼືຢຸດເຊົາການໃຫ້ບໍລິການໃຫ້ແກ່ຜູ້ໃຊ້ບໍລິການຜູ້ໃດຜູ້ໜື່ງ ຫລື ທັງໝົດ, ໂດຍຈະແຈ້ງໃຫ້ຜູ້ໃຊ້ບໍລິການຮັບຊາບ, ເປັນລາຍລັກອັກສອນລ່ວງໜ້າພາຍໃນ 30 ວັນ ຫຼື ຕາມໄລຍະເວລາ ຫຼື ເງື່ອນໄຂທີ່ກົດໝາຍແຫ່ງ ສ.ປ.ປ ລາວ ໄດ້ກຳນົດໄວ້.
7.2 ກໍລະນີຜູ້ໃຊ້ບໍລິການຕ້ອງການຢຸດເຊົາ ຫຼື ຍົກເລີກການໃຊ້ບໍລິການທ່ານສາມາດຕິດຕໍ່ທາງທະນາຄານທີ່ contact center ຫຼື ໂທລະສັບ 021216176.
7.3 ທະນາຄານບໍ່ສາມາດຫັກຄ່າທໍານຽມບໍລິການເປັນລາຍເດືອນການໃຊ້ບໍລິການຈາກບັນຊີເງິນຝາກຂອງຜູ້ໃຊ້ບໍລິການ 3 ເດືອນຕິດຕໍ່ກັນ.
7.4 ຖ້າຜູ້ໃຊ້ບໍລິການໃສ່ລະຫັດ PIN ເຂົ້າລະບົບຜິດເຖິງ 3 ຄັ້ງຕິດຕໍ່ກັນ ບັນຊີລູກຄ້າຈະຖືກຍົກເລີກໃຊ້ຊົ່ວຄາວ. |
| |
| VIII. ເອກະສານໃນການເປີດນໍາໃຊ້ |
- ບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື Passport.
- ບັນຊີເງິນຝາກປະຢັດ ຫຼື ກະແສລາຍວັນຂອງ ທະນາຄານພັດທະນາລາວ.
- ແບບຟອມລົງທະບຽນນໍາໃຊ້ບໍລິການ Mobile Banking ຂອງ ທະນາຄານພັດທະນາລາວ.
* ກໍລະນີທີ່ລູກຄ້າຕ້ອງການແກ້ໄຂຂໍ້ມູນແມ່ນໃຫ້ປະກອບ:
- ແບບຟອມຂໍປ່ຽນແປງຂໍ້ມູນການນໍາໃຊ້ບໍລິການ LDB Mobile Banking. |
| |
| |