ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ສິນເຊື່ອ ເພື່ອທີ່ພັກອາໄສ Housing Loan
ເພື່ອຕອບສະໜອງການກູ້ຢືມໃຫ້ແກ່ບຸກຄົນທົ່ວໄປ, ໃນນັ້ນລວມເຖິງພະນັກງານທີ່ສັງກັດລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ບຸກຄົນທົ່ວໄປທີ່ມີວຽກເຮັດງານທໍາມີລາຍໄດ້ ແນ່ນອນເປັນແຕ່ລະເດືອນ ມີການຈັດຕັ້ງທີ່ໝັ້ນຄົງ ແລະ ບຸກຄົນທີ່ດໍາເນີນ ທຸລະກິດຂະໜາດນ້ອຍ ເພື່ອນໍາໄປຊື້ເຮືອນພ້ອມທີ່ດິນ ຫຼື ນໍາໄປຊື້ວັດສະດຸກໍ່ສ້າງ ແລະ ຈ່າຍແຮງງານໃນການກໍ່ສ້າງທີ່ພັກອາໄສ ໃສ່ທີ່ດິນຂອງຕົນເອງທີ່ບໍ່ແມ່ນການສະໜອງທຶນເພື່ອນໍາໄປຮັບເໝົາກໍ່ສ້າງ, ການຊື້ຂາຍແລກປ່ຽນອະສັງຫາລິມະສັບ ຫຼື ເພື່ອເປົ້າ- ໝາຍທຸລະກິດ. ເພື່ອແນ່ໄສແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ມີຄວາມສະຫງົບທາງດ້ານແນວຄິດ ໄປຄ່ຽງຄູ່ ກັບການພັດທະນາເສດຖະກິດ.
 
I. ເປົ້າໝາຍການນໍາໃຊ້ເງິນກູ້
+ ເພື່ອຊື້ເຮືອນພ້ອມທີ່ດິນ.
+ ຊື້ວັດສະດຸກໍ່ສ້າງເພື່ອປຸກສ້າງຫຼືສ້ອມແປງທີ່ພັກອາໄສ.
+ ຈ່າຍຄ່າແຮງງານໃນການກໍ່ສ້າງ.
 
II. ການຄຸ້ມຄອງ
> ເງິນກູ້ເພື່ອທີ່ພັກອາໄສໃຫ້ແກ່ບຸກຄົນນີ້ ແມ່ນຖືກຄຸ້ມຄອງໂດຍນະໂຍບາຍ ແລະ ລະບຽບຂັ້ນຕອນສິນເຊື່ອຂອງ ທະນາຄານ ພັດທະນາລາວຄືກັນກັບການຄຸ້ມຄອງເງິນກູ້ໃຫ້ລູກຄ້າລາຍອື່ນໆທົ່ວໄປ
 
III. ບຸກຄົນທີ່ມີເງື່ອນໄຂໃຫ້ກູ້ຢືມ
> ຜູ້ກູ້ຢືມແມ່ນບຸກຄົນທົ່ວໄປທີ່ມີສັນຊາດລາວ ແຕ່ອາຍຸ18ປີຂຶ້ນໄປ ແລະ ສູງສຸກບໍ່ເກີນ65ປີ ໃນມື້ຄົບສັນຍາກູ້ຢືມ, ມີແຫຼ່ງລາຍຮັບໝັ້ນຄົງ,ພຽງພໍໃນການສໍາລະເງິນກູ້ຄືນ, ມີຄວາມໝັ້ນຄົງໃນອາຊີບການງານ.
> ເງື່ອນໄຂຂອງບຸກຄົນທີ່ເປັນພະນັກງານ, ລັດຖະກອນ ຕ້ອງເປັນພະນັກງານສົມບູນຂອງອົງກອນນັ້ນ ຜູ້ທີ່ເຮັດວຽກປະຈໍາການ ເປັນປົກກະຕິມີອາຍຸປະຈໍາການຕັ້ງແຕ່3ປີຂຶ້ນໄປ ແລະ ແມ່ນພະນັກງານທີ່ບໍ່ເຄີຍມີໜີ້ສິນຄຸມເຄື່ອທວງຍາກມາກ່ອນຈາກທະນາຄານ, ສະຖາບັນການເງິນ ແລະ ພາກສ່ວນພາຍນອກອື່ນໆມາກ່ອນ.
> ຜູ້ກູ້ຢືມຕ້ອງໄດ້ທໍາການເປີດບັນຊີເງິນຝາກນໍາທະນາຄານພັດທະນາລາວເພື່ອສະດວກໃນການຊໍາລະຕົ້ນທຶນ ແລະ ດອກເບ້ຍ.
> ຜູ້ກູ້ຢືມຕ້ອງມີທຶນປະກອບສ່ວນໃນອັດຕາຕໍ່າສຸດ50% ຂອງມູນຄ່າການລົງທຶນທັງໝົດ ຊຶ່ງອາດເປັນທີ່ດິນ, ເງິນສົດ ຫຼື ວັດສະດຸກໍ່ສ້າງ.
> ຜູ້ກູ້ຢືມຕ້ອງມີຫຼັກຊັບຄ້ໍາປະກັນພຽງພໍ ຊຶ່ງມີມູນຄ່າປະເມີນຕາມລະບຽບທະນາຄານຄຸ້ມຕໍ່ຍອດໜີ້ທັງໝົດແຕ່100% ຫຼື SRI: Bຂຶ້ນໄປ.
 
IV. ວົງເງິນໃຫ້ກູ້, ກໍານົດເວລາ, ອັດຕາດອກເບ້ຍ ແລະ ເງືອນໄຂອື່ນໆ
> ວົງເງິນໃຫ້ກູ້ຢືມສູງສຸດຜູ້ໜຶ່ງບໍ່ໃຫ້ເກີນ 250ລ້ານກີບ ຫຼື ທຽບເທົ່າເງິນຕາຕ່າງປະເທດບົນພື້ນຖານການໄລ່ລຽງທຸລະກິດ.
> ອັດຕາດອກເບ້ຍແມ່ນກໍານົດເອົາຕາມອັດຕາທີ່ທາງທະນາຄານ ພັດທະນາລາວ ປະກາດໃຊ້ໃນແຕ່ລະໄລຍະ.
> ກໍານົດເວລາໃຫ້ກູ້ຢືມ:
+ ເງິນກູ້ໄລຍະສັ້ນ: ກໍານົດບໍ່ເກີນ 01ປີ.
+ ເງິນກຸ້ໄລຍະກາງ: ກໍານົດບໍ່ເກີນ 03ປີ.
+ ເງິນກຸ້ໄລຍະຍາວ: ກໍານົດບໍ່ເກີນ 07ປີ.
> ຫຼັກຊັບຄໍ້າປະກັນເງິນກູ້ຄື:
+ ແມ່ນທີ່ດິນທີ່ຈະດໍາເນີນການປຸກສ້າງທີ່ພັກອາໄສ ຫຼື ທີ່ດິນພ້ອມດ້ວຍສິ່ງປຸກສ້າງບ່ອນທີ່ນໍາເງິນກູ້ໄປຊື້.
+ ທີ່ດິນບ່ອນອື່ນໆໃນກໍລະນີທີ່ຫຼັກຊັບບໍ່ພຽງພໍ
+ ເງິນຝາກ ແລະ ວັດຖຸມີຄ່າອື່ນໆ.
+ ການຄໍ້າປະກັນຈາກບຸກຄົນ ຫຼື ນິຕິບຸກຄົນ.
         ໝາຍເຫດ: ສະເພາະເງິນຝາກທີ່ຈະນໍາມາເປັນຫຼັກຊັບຄໍ້າປະກັນເງິນກູ້ຕ້ອງໂອນໄປບັນຊີຫຼັກຊັບຄໍ້າປະກັນ (ຍົກເວັ້ນເງິນຝາກມີກໍານົດທີ່ຍັງບໍ່ທັນຄົບກໍານົດ).
> ຄ່າທໍານຽມ/ຄ່າບໍລິການ
+ ແມ່ນເກັບຄ່າທໍານຽມ ຕາມແຈ້ງການປັບປຸງອັດຕາຄ່າທໍານຽມໃນແຕ່ລະໄລຍະໃນນັ້ນມີຄ່າທໍານຽມອະນຸມັດເງິນກູ້ ແລະ ຄ່າທໍານຽມ
ລົງປະເມີນຫຼັກຊັບຄໍ້າປະກັນ ການເກັບຄ່າທໍານຽມແມ່ນເກັບຫຼັງຈາກອະນຸມັດເງິນກູ້.
 
V. ແຫຼ່ງຮັບ ແລະ ວິທີການຊໍາລະໜີ້ຄືນ
> ແຫຼ່ງທຶນຊໍາລະໜີ້ເງິນກູ້ສໍາລັບບຸກຄົນທີ່ເປັນ ພະນັກງານລັດຖະກອນແມ່ນໄດ້ມາຈາກເງິນເດືອນທີ່ຜູ້ກູ້ຢືມສັງກັດຢູ່ແຕ່ລະ ອົງກອນຈະຕັດເງິນເດືອນຈາກບັນຊີເງິນຝາກຜູ້ກູ້ຢືມແຕ່ລະເດືອນ ໃນວັນທີ່ເບີກຈ່າຍເງິນເດືອນ. ຕົ້ນທຶນເງິນກູ້ຕ້ອງໄດ້ຮັບການ ຊໍາລະເປັນແຕ່ລະເດືອນ ພື້ນຖານການຄິດໄລ່ຈໍານວນສໍາລະຕົ້ນທຶນແມ່ນເອົາຍອດວົງເງິນກູ້ຫານໃຫ້ຈໍານວນເດືອນທັງໝົດຂອງ ໄລຍະເວລາກູ້ຢືມ.
> ແຫຼ່ງທຶນຊໍາລະໜີ້ເງິນກູ້ສໍາລັບບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍແມ່ນຈະໄດ້ມາຈາກແຫຼ່ງລາຍຮັບຂອງທຸລະກິດຕົ້ນຕໍ ຫຼື ທຸລະກິດສໍາຮອງອາດຈະແບ່ງຊໍາລະເປັນງວດສໍາລັບຕົ້ນທຶນ ຫຼື ຂຶ້ນກັບການໄລ່ລຽງກະແສເງິນສົດຕົວຈິງ ສ່ວນດອກເບ້ຍແມ່ນຊໍາລະເປັນລາຍເດືອນ.
 
VI. ຂັ້ນຕອນການສະເໜີກູ້ຢືມ ແລະ ພິຈາລະນາ
> ບຸກຄົນທີ່ເປັນພະນັກງານພາກລັດ, ເອກະຊົນ ຫຼືອົງການຈັດຕັ້ງສາກົນຕ່າງໆ ຕ້ອງຂຽນໃບສະເໜີໂດຍຜ່ານ ກົມກອງ, ພະແນກ ແລະຂະ
ແໜງການຂອງຕົນຕາມແຕ່ລະຂັ້ນກ່ອນນໍາສະເໜີຂໍກູ້ຢືມ.
> ບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍ ຕ້ອງໄດ້ປະກອບເອກະສານຕາມແບບຟອມຂອງທະນາຄານ ພັດທະນາໃຫ້ຄົບຖ້ວນ ກ່ອນນໍາສະເໜີຂໍກູ້ຢືມ.
> ການຄົ້ນຄວ້າ ແລະ ພິຈາລະນາອະນຸມັດການກູ້ຢຶມຂອງບຸກຄົນ ຕ້ອງປະຕິບັດຕາມ 9ຂັ້ນຕອນ ທີ່ໄດ້ກໍານົດໄວ້ ເຊິ່ງເລີ່ມຈາກ ການສໍາພາດ,ປະກອບຄໍາຮ້ອງ, ວິເຄາະ, ອະນຸມັດ, ສ້າງສັນຍາ, ຖອນເງິນ, ຕິດຕາມກວດກາ, ໄກ່ເກ່ຍ ແລະ ຕໍ່ສັນຍາ.
> ສິດຂອບເຂດໃນການອະນຸມັດສິນເຊື່ອ ແມ່ນໃຫ້ປະຕິບັດຕາມສິດຂອບເຂດ ທີ່ໄດ້ຮັບການມອບໝາຍຈາກສະພາບໍລິຫານ ໃນແຕ່ລະໄລຍະ.
 
VII. ເອກະສານທີ່ຜູ້ກູ້ຢືມຕ້ອງໄດ້ປະກອບ
+ ໃບຄໍາຮ້ອງຂໍກູ້ຢືມ.
+ ໃບຢັ້ງຢືນຈາກກົມກອງ ຫຼື ອົງການ.
+ ສໍາເນົາບັດປະຈໍາຕົວ/ປຶ້ມສໍາມະໂນຄົວ.
+ ໃບຢັ້ງຢືນຕົວເລກເງິນເດືອນຈາກກົມກອງ ຫຼື ອົງການ, ສໍາເນົາໃບເບີກຈ່າຍເງິນເດືອນຢ່າໜ້ອຍ 3ເດືອນ.
+ ໃບລາຍງານການເຄື່ອນໄຫວບັນຊີເງິນຝາກຈາກທະນາຄານຢ່າງໜ້ອຍ 6ເດືອນຜ່ານມາ (ຖ້າມີ).
+ ຖ້າເປັນການຊື້ເຮືອນທີ່ກໍາລັງສ້າງແລ້ວ ຕ້ອງມີໜັງສືສັນຍາຊື້ເຮືອນພ້ອມທີ່ດິນ(ທີ່ພັກອາໄສ).
+ ຖ້າເປັນການປຸກສ້າງເຮືອນໃນດິນຂອງຕົນເອງ ຕ້ອງມີສໍາເນົາໃບອະນຸຍາດປຸກສ້າງ, ສໍາເນົາແບບແຜນຜັງເຮືອນ ແລະ ໃບປະເມີນລາຄາເຮືອນທີ່ຈະກໍ່ສ້າງ.
 
 
© Copyright 2012 Lao Development Bank All rights reserved.