| |
 |
| |
| ໜັງສືຄໍ້າປະກັນ Bank Guarantee |
| ທະນາຄານ ພັດທະນາລາວ ໃຫ້ບໍລິການທາງດ້ານໜັງສືຄໍ້າປະກັນປະເພດຕ່າງໆ, ໜັງສືຄໍ້າປະກັນເພື່ອການປະມູນ, ເພື່ອການ ປະຕິບັດສັນຍາເພື່ອການຊໍາລະສະສາງ ແລະອື່ນໆ, ທັງເປັນການຄໍ້າປະກັນຕໍ່ພາຍໃນຫຼືຕ່າງປະເທດ. |
| |
| I. ອັດຕາຄ່າທໍານຽມການອອກໜັງສືຄໍ້າປະກັນ |
| ລ/ດ |
ປະເພດໜັງສືຄໍ້າປະກັນ |
ຫຼັກຊັບອະສັງຫາລິມມະຊັບ
(ດິນ + ເຮືອນ) |
ຫຼັກຊັບສັງຫາລິມມະຊັບ
(ເງິນຝາກ + ຮຸ້ນ + ຄໍາ) |
| 1 |
ໜັງສືຄໍ້າປະກັນປະມູນ |
ເກັບ 0.15%/ວົງເງິນ/ເດືອນ |
ເກັບ 0.1%/ວົງເງິນ/ເດືອນ |
| 2 |
ໜັງສືຄໍ້າປະກັນສັນຍາ |
ເກັບ 0.2%/ວົງເງິນ/ເດືອນ |
ເກັບ 0.1%/ວົງເງິນ/ເດືອນ |
| 3 |
ໜັງສືຄໍ້າປະກັນຮັບເງິນລ່ວງໜ້າ |
ເກັບ 0.2%/ວົງເງິນ/ເດືອນ |
ເກັບ 0.1%/ວົງເງິນ/ເດືອນ |
| 4 |
ໜັງສືຄໍ້າປະກັນຄຸນນະພາບ |
ເກັບ 0.2%/ວົງເງິນ/ເດືອນ |
ເກັບ 0.1%/ວົງເງິນ/ເດືອນ |
| 5 |
ອອກສະໜັບສະໜູນສິນເຊື່ອມີວົງເງິນ |
ເກັບ 1%/ວົງເງິນ, ຕໍ່າສຸດ1ລ້ານ, ສູງສຸດ3ລ້ານກີບ/ຄັ້ງ |
| 6 |
ອອກສະໜັບສະໜູນສິນເຊື່ອບໍ່ມີວົງເງິນ |
ເກັບ 1ລ້ານກີບ/ຄັ້ງ |
| 7 |
ອອກຢັ້ງຢືນການພົວພັນທະນາຄານ |
ເກັບ 150,000ກີບ/ຄັ້ງ |
| 8 |
ໜັງສືຄໍ້າປະກັນທຸກປະເພດເງິນສົດຄໍ້າ |
ເກັບ 150,000ກີບ/ຄັ້ງ |
|
| |
| II. ຄ່າທໍານຽມກ່ຽວກັບການອະນຸມັດເງິນກູ້ |
| ລາຍການຕ່າງໆ |
ວິທີຈັດຕັ້ງປະຕິບັດ |
| 1. ແບບຟອມສະເໜີກູ້ຢືມ |
35,000ກີບ/ຊຸດ |
| 2. ແບບຟອມໜັງສືຄໍ້າປະກັນ |
35,000ກີບ/ຊຸດ |
| 3. ຄ່າທໍານຽມອະນຸມັດເງິນກູ້ |
ຄັ້ງທີ 1ເກັບ0.5%/ວົງເງິນອະນຸມັດ,
ຄັ້ງຕໍ່ໄປເກັບ0.25%/ວົງເງິນອະນຸມັດ, ຕໍ່າສຸດ150,000ກີບ |
| 4. ຄ່າທໍານຽມລົງປະເມີນຫຼັກຊັບ |
ເກັບ0.5%/ວົງເງິນອະນຸມັດ, ຕໍ່າສຸດ150,000ກີບ,
ສູງສຸດ 1,000,000ກີບ |
| 5. ຄ່າດັດແກ້ສັນຍາເງິນກູ້ທົ່ວໄປ |
150,000ກບ/ຄັ້ງ |
| 6. ຄ່າດັດແກ້ໜັງສືຄໍ້າປະກັນ |
50,000ກີບ/ຄັ້ງ |
| 7. ປັບປຸງໂຄງສ້າງໜີ້ (ປັບເປັນງວດ) |
0.25%/ວົງເງິນງວດອະນຸມັດປັບ/ຄັ້ງ |
| 8. ປັບປຸງໂຄງສ້າງໜີ້ (ຕໍ່ສັນຍາກູ້) |
0.5%/ວົງເງິນອະນຸມັດ/ຄັ້ງ |
| 9. ເງິນກູ້ອະນຸມັດແລ້ວບໍ່ຖອນເງິນອອກ |
ເກັບ0.1% ຕໍ່າສຸດ150,000ກີບ, ສູງສຸດ5ລ້ານກີບ |
| 10. ຄ່າຄົ້ນເອກະສານຄືນ1-3ປີ |
100,000ກີບ/ເລື່ອງ |
| 11. ຄ່າຄົ້ນເອກະສານຄືນ3-5ປີ |
300,000ກີບ/ເລື່ອງ |
| 12. ຄ່າຄົ້ນເອກະສານຄືນ5ປີຂຶ້ນໄປ |
500,000ກີບ/ເລື່ອງ |
|
| |
| ໝາຍເຫດ: |
| 1. ຄ່າທໍານຽມອອກໜັງສືຄໍ້າປະກັນແຕ່ລະປະເພດຕໍ່າສຸດເກັບ150,000ກີບ + ຄ່າໃບສະເໜີຂໍອອກໜັງສືຄໍ້າປະກັນ35,000ກີບ. |
| 2. ສໍາລັບເງິນກູ້ແບບໝູນວຽນແລະເງິນກູ້ແບບເບີກເກີນບັນຊີພາຍໃນ1ປີ ຜູ້ກູ້ຕ້ອງໄດ້ນໍາໃຊ້ເງິນໃຫ້ຄົບຕາມຈໍານວນທີ່ອະນຸມັດ ໃຫ້ຢ່າງໜ້ອຍ1ຄັ້ງ ຖ້າຫາກບໍ່ໄດ້ນໍາໃຊ້ໝົດ ທພລຈໍານໍາເອົາສ່ວນທີ່ບໍ່ໄດ້ໃຊ້ນັ້ນມາຄິດໄລ່ຕາມກໍານົດໃນ II ຂໍ້ທີ 9ຕາມຂ້າງເທິງນີ້ |
| 3. ການປະເມີນຫຼັກຊັບຄໍ້າປະກັນສິນເຊື່ອສາຂາໃດປະເມີນແມ່ນໃຫ້ສາຂານັ້ນເກັບຄ່າປະເມີນເລີຍ ແລະ ການອະນຸມັດໃໝ່ທຸກໆ ຄັ້ງແມ່ນຕ້ອງໄດ້ເກັບຄ່າທໍານຽມປະເມີນຫຼັກຊັບໃໝ່. |
| 4. ຫຼັກຊັບຄໍ້າປະກັນທີ່ເປັນເງິນສົດໝາຍວ່າ: ເງິນທີ່ລູກຄ້ານໍາມາຄໍ້າປະກັນນັ້ນຕ້ອງຖືກໂອນໄປໄວ້ໃນບັນຊີລໍຖ້າຄໍ້າປະກັນຂອງ, ທພລ. |
|
| |
|
|