ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ບໍລິການເງິນຝາກ, ບັນຊີເງິນຝາກປະຈໍາ Fixed Accounts (Term Deposit).
ເປັນບັນຊີທີ່ໃຊ້ໃນການຝາກເງິນ ທີ່ຕ້ອງການຊໍາລະຄືນໃນໄລຍະເວລາທີ່ແນ່ນອນ ຕາມທີ່ໄດ້ຕົກລົງກັນໄວ້, ເໝາະສໍາລັບທຸກທ່ານ
ທີ່ມີເງິນເປັນກ້ອນແຕ່ຍັງບໍ່ທັນຕ້ອງການນໍາໃຊ້. ທ່ານຈະໄດ້ຮັບດອກເບ້ຍສູງກວ່າດອກເບ້ຍປົກກະຕິຕາມກໍານົດເວລາຂອງການຝາກ
ເຊັ່ນ: ກໍານົດ 3ເດືອນ, 6ເດືອນ, 1ປີ ແລະ 2ປີ.
 
I. ຜົນປະໂຫຍດ/ ຈຸດເດັ່ນ. ( ລັກສະນະ )
- ຜູ້ຝາກຈະໄດ້ຮັບດອກເບ້ຍທີ່ສູງກວ່າການຝາກໃນແບບອື່ນ.
- ຜູ້ຝາກສາມາດຮັບດອກເບ້ຍໃນແຕ່ລະເດືອນໄດ້. (ກໍລະນີຝາກ 1ປີ ແລະ 2ປີ).
- ເງິນຝາກທີ່ຝາກກາຍ 3ເດືອນຂຶ້ນໄປ, ຖ້າຖອນກ່ອນກໍານົດແມ່ນຈະໄດ້ຮັບດອກເບ້ຍໂດຍຄິດໄລ່ຕາມອັດຕາເງິນຝາກແບບປະຢັດ.
- ກໍລະນີເງິນຝາກປະຈໍາຄັບກໍານົດໃນມື້ພັກລັດຖະການ ຜູ້ຝາກສາມາດຖອນໄດ້ໃນມື້ຖັດໄປ. ເຊິ່ງ ທພລ ຈະຄິດໄລ່ອັດຕາດອກເບ້ຍ
ໃຫ້ຜູ້ຝາກລວມມື້ພັກການອີກດ້ວຍ.
- ກໍລະນີຝາກຮອດກໍານົດລູກຄ້າບໍ່ມາຖອນ, ສ່ວນທີ່ເກີນຖ້າໄລຍະເກີນເທົ່າກັບກໍານົດຝາກຄັ້ງທໍາອິດຈະຄິດໄລ່ດອກເບ້ຍມີກໍານົດ
(ຄູນ 2ຫຼື...), ຖ້າສ່ວນທີ່ກາຍນັ້ນບໍ່ເທົ່າກັບກໍານົດຝາກຄັ້ງທໍາອິດແມ່ນຈະຄິດໄລ່ດອກເບ້ຍເງິນຝາກປະຢັດໃຫ້.
- ເງິນຝາກປະຈໍາຂອງທ່ານສາມາດໃຊ້ເປັນຫຼັກຊໍ້າຄໍ້າປະກັນໃນການຂໍກູ້ຢືມເງິນຈາກທະນາຄານໄດ້.
 
II. ອັດຕາດອກເບ້ຍ:
- ຄິດໄລ່ຕາມອັດຕາດອກເບ້ຍໃນໄລຍະທີ່ໄດ້ເປີດບັນຊີ.
 
III. ວົງເງິນເລີ່ມຕົ້ນ:
- ວົງເງິນເລີ່ມຕົ້ນໃນການເປີດບັນຊີຝາກປະຈໍາ (3ເດືອນ, 6ເດືອນ, 12ເດືອນ ແລະ. 24ເດືອນ: ເງິນກີບ 500.000ກີບ, ເງິນບາດ 2.000ບາດ, ເງິນໂດລາ 100ໂດລາ.
 
IV. ເງື່ອນໄຂການຝາກ ແລະຄ່າທໍານຽມ:
- ເງິນຝາກປະຈໍາຫາກຖອນເງິນກ່ອນ 3ເດືອນທໍາອິດແມ່ນຈະບໍ່ຈ່າຍດອກເບ້ຍ.
- ເຈົ້າຂອງບັນຊີຕ້ອງຮັກສາໃບຢັ້ງຢືນການຝາກໄວ້ຢ່າງປອດໄພ. ຖ້າປຶ້ມເສຍຫາຍຕ້ອງແຈ້ງໃຫ້ທະນາຄານຮັບຮູ້ທັນທີ(ແລ້ວຮັບໃບ
ແຈ້ງເສຍຫາຍຈາກການປົກຄອງບ້ານມາເພື່ອເຮັດໃບໃໝ່).
- ຫາກຜູ້ຝາກມີການປ່ຽນຊື່, ນາມສະກຸນແລະທີ່ຢູ່ອາໄສຕ້ອງແຈ້ງໃຫ້ທະນາຄານຮັບຮູ້ທັນທີແລະໃບຝາກປະຈໍານີ້ໃຊ້ສະເພາະຕົວ
ຜູ້ຝາກເທົ່ານັ້ນ, ຈະໂອນຫຼືປ່ຽນມືບໍ່ໄດ້.
- ໃບຝາກປະຈໍາທຸກໆໃບຈະມີເລກກໍາກັບໄວ້ທຸກໜ້າ (ຫ້າມຈີກ) ຫຼືເຮັດເປື້ອນເປິກ. ຫ້າມປັບປຸງແກ້ໄຂຂໍ້ຄວາມປະໂຫຍກ, ຈໍານວນ
ເງິນແລະຫ້າມປ່ຽນແປງຊື່ເຈົ້າຂອງບັນຊີໂດຍເດັດຂາດ.
- ການຝາກ-ຖອນແຕ່ລະຄັ້ງ, ເຈົ້າຂອງບັນຊີຕ້ອງກວດສອບເບິ່ງຈໍານວນເງິນແລະຍອດເຫຼືອບັນຊີຢ່າງຄັກແນ່. ຖ້າມີສິ່ງໃດຜິດພາດ
ຕ້ອງແຈ້ງໃຫ້ພະນັກງານທະນາຄານຮັບຮູ້ທັນທີທັນໃດເພື່ອທໍາການແກ້ໄຂໃຫ້ຖືກຕ້ອງ.
- ໃນກໍລະນີເງິນຝາກຄົບກໍານົດແຕ່ເຈົ້າຂອງບັນຊີບໍ່ສາມາດມາຖອນເງິນໄດ້ດ້ວຍຕົນເອງ, ຕ້ອງມອບສິດໃຫ້ຮູ້ໄວ້ໃຈໄດ້ເປັນລາຍລັກ
ອັກສອນຢັ້ງຢືນຈາກເຈົ້າຂອງຫຼືກົມກອງພ້ອມໃບຝາກຄັດແນບມາ, ບັດປະຈໍາຕົວທັງຜູ້ມອບແລະຜູ້ຮັບມາພ້ອມ, ເພື່ອມາຖອນແທນ
ຕົນເອງ.
- ການປ່ຽນໃບຢັ້ງຢືນໃໝ່ກໍລະນີເສຍຫາຍຫຼືຖືກທໍາລາຍແມ່ນຈະເກັບຄ່າທໍານຽມເງິນກີບ 20.000ກີບ, ເງິນບາດ 100ບາດ, ເງິນໂດລາ 2ໂດລາ.
 
V. ເອກະສານໃນການເປີດບັນຊີ:
- ບັດປະຈໍາຕົວຫຼືສໍາມະໂນຄົວ
- ປະກອບແບບຟອມຂອງທພລພ້ອມວາງລາຍເຊັນແລະວາງເງື່ອນໄຂໃນການສັ່ງຈ່າຍ.
 
VI. ເອກະສານ​ໃນການຖອນເງິນ
- ບັດປະຈໍາຕົວຫຼືສໍາມະໂນຄົວ (ທີ່ວາງເງື່ອນໄຂເບື້ອງຕົ້ນນໍາ ທພລ).
- ໃບຖອນເງິນສົດ (ພ້ອມວາງລາຍເຊັນ).
- ກໍລະນີເຈົ້າຂອງບັນຊີມາເອງບໍ່ໄດ້ຕ້ອງມີໃບມອບສິດເຊັນຢັ້ງຢຶນຈາກບ້ານຫຼືກົມກອງ (ບັດປະຈໍາຕົວທັງຜູ້ມອບ ແລະ ຜູ້ຮັບ).
 
VII. ຂັ້ນຕອນໃນການຝາກປະຈໍາ
- ລູກຄ້າປະກອບແບບຟອມຕາມທີ່ທາງທະນາຄານໄດ້ກໍານົດໄວ້.
- ພະນັກງານຈະທໍາການສ້າງໄອດີ ID ໃຫ້ກັບທ່ານ.
- ພະນັກງານຈະທໍາການອອກເລກບັນຊີໃຫ້ກັບທ່ານຕາມລໍາດັບ.
- ລູກຄ້າສ້າງໃບມອບເງິນສົດແລະນໍາໄປມອບໃຫ້ຄັງເງິນສົດ.
- ເມື່ອຜ່ານການອະນຸມັດແລ້ວຈະພິມໃບຢັ້ງຢືນການຝາກແລະໃບຄິດໄລ່ດອກເບ້ຍໃຫ້ແກ່ລູກຄ້າ.
 
 
© Copyright 2012 Lao Development Bank All rights reserved.