| |
 |
| |
| ບໍລິການໂອນເງິນພາຍໃນ Domestic Fund Transfer |
ທະນາຄານພັດທະນາລາວມີສາຂາຢູ່ທົ່ວປະເທດ, ທ່ານສາມາດສົ່ງມອບເງິນຂອງທ່ານເຖິງມືຜູ້ຮັບປາຍທາງເພື່ອຊໍາລະຄ່າສິນຄ້າ-
ການບໍລິການເພື່ອການດໍາເນີນທຸລະກິດ, ໄດ້ຢ່າງສະດວກວ່ອງໄວແລະປອດໄພ, ໂດຍຜ່ານເຄື່ອຄ່າຍການຄຸ້ມຄອງຂອງລະບົບການ
ໂອນເງິນທີ່ທັນສະໄໝ. |
| |
| I. ຜົນປະໂຫຍດ/ ຈຸດເດັ່ນ. ( ລັກສະນະ ) |
- ການບໍລິການທີ່ສະດວກວ່ອງໄວແລະປອດໄພ.
- ບໍ່ຈໍາກັດຈໍານວນເງິນ.
- ສາມາດໂອນໄດ້3ສະກຸນເງິນ: ກິບ, ບາດ ແລະ ໂດລາສະຫະລັດ.
- ສາມາດໂອນເງິນຕ່າງທະນາຄານໄດ້.
- ສາມາດໂອນດ້ວຍແຊັກ.
- ສາມາດໂອນດ້ວຍເງິນສົດ.
- ສາມາດກໍານົດວັນ, ເວລາຂອງຜູ້ຮັບໄດ້. |
| |
| II. ເງື່ອນໄຂການໂອນເງິນ ແລະ ຄ່າທໍານຽມ |
- ລູກຄ້າທີ່ໃຊ້ບໍລິການໂອນເງິນແມ່ນບໍ່ຈໍາກັດອາຍຸແລະສາມາດໃຊ້ບໍລິການນີ້ຕາມວັນເວລາລັດຖະການ.
- ລູກຄ້າທັງຜູ້ຝາກແລະຜູ້ຮັບຕ້ອງມີບັດປະຈໍາຕົວຫຼືປຶ້ມສໍາມະໂນຄົວ.
- ລູກຄ້າຕ້ອງປະຕິບັດຕາມຂັ້ນຕອນການໂອນຫຼືຮັບ, ຕາມລະບຽບຂອງທະນາຄານ. |
| |
| III. ເອກະສານໃນການໂອນ |
| 3.1 ກໍລະນີມີບັນຊີຝາກນໍາທະນາຄານ |
- ເລກບັນຊີ.
- ຊື່ເຈົ້າຂອງບັນຊີ.
- ແບບຟອມການໂອນ. |
| |
| 3.2 ກໍລະນີບໍ່ມີບັນຊີເງິນຝາກນໍາທະນາຄານ |
- ແບບຟອມການໂອນເງິນ.
- ໃບມອບເງິນສົດພ້ອມລາຍເຊັນ. |
| |
| IV. ເອກະສານໃນການຮັບ |
| 4.1 ກໍລະນີຮັບເງິນໂອນເຂົ້າບັນຊີ |
| - ຈໍານວນເງິນທີ່ໂອນມາຈະເຂົ້າບັນຊີຂອງທ່ານໂດຍກົງ. |
| |
| 4.2 ກໍລະນີຮັບເງິນໂອນເປັນເງິນສົດ |
- ບັດປະຈໍາຕົວ
- ປຶ້ມສໍາມະໂນຄົວ
- ລະຫັດ 15 ຕົວເລກ
- ແບບຟອມການຮັບເງິນໂອນ
- ໃບຖອນເງິນສົດພ້ອມລາຍເຊັນ
- ກໍລະນີທີ່ຜູ້ຮັບບໍ່ສາມາດມາຮັບເງິນດ້ວຍຕົນເອງ, ຕ້ອງມີໃບຢັ້ງຢືນມອບສິດເຊັນຈາກນາຍບ້ານຫຼືກົມກອງ. |
| |
| |