ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ບໍລິການເງິນຝາກ ບັນຊີກະແສລາຍວັນ Current Accounts
ຫາກທຸລະກິດຂອງທ່ານຕ້ອງການໃຊ້ເງິນໝູນວຽນໃນທຸລະກິດ ໂດຍໃຊ້ແຊັກໃນການຝາກ-ຖອນ. ບັນຊີເງິນຝາກປະເພດນີ້ເໝາະ
ສໍາລັບຜູ້ທີ່ດໍາເນີນທຸລະກິດແລະບຸກຄົນທົ່ວໄປທີ່ຕ້ອງການນໍາໃຊ້ແຊັກ. ທ່ານສາມາດເປີດບັນຊີກະແສລາຍວັນກັບທະນາຄານ.
 
I. ຜົນປະໂຫຍດ/ ຈຸດເດັ່ນ ( ລັກສະນະ )
- ເປັນບັນຊີເພື່ອໃຊ້ໃນການໝູນວຽນເພື່ອປະກອບທຸລະກິດ.
- ໃຊ້ແຊັກໃນການເບີກຈ່າຍແລະຊໍາລະຄ່າສິນຄ້າ/ການບໍລິການ.
- ສາມາດຝາກ-ຖອນຕ່າງສາຂາແລະທຸກວັນລັດຖະການ.
- ສາມາດໂອນເງິນພາຍໃນ.
 
II. ອັດຕາດອກເບ້ຍ
- ທະນາຄານບໍ່ຈ່າຍດອກເບ້ຍ. ( ບໍ່ມີດອກເບ້ຍ )
 
III. ວົງເງິນເລີ່ມຕົ້ນ
- ກໍານົດເງິນຝາກຄັ້ງທໍາອິດຂັ້ນຕໍ່າ:
+ ສະກຸນເງິນກີບ: 100.000ກີບ.
+ ສະກຸນເງິນບາດ: 2.000ບາດ.
+ ສະກຸນເງິນໂດລາສະຫະລັດ: 50ໂດລາ.
 
IV. ເງື່ອນໄຂການຝາກ ແລະຄ່າທໍານຽມ
- ຝາກຂັ້ນຕໍ່າ ແລະ ຍອດທີ່ຕ້ອງການຮັກສາໄວ້ໃນບັນຊີຕໍ່າສຸດ 100,000 50 2,000
- ຄ່າປົກປັກຮັກສາບັນຊີປະຈໍາປີ 30,000 5 200
- ຄ່າປິດບັນຊີ 20,000 3 100
 
V. ເອກະສານໃນການເປີດບັນຊີ
5.1 ສໍາລັບບຸກຄົນທົ່ວໄປ:
- ບັດປະຈໍາຕົວ
- ປຶ້ມສໍາມະໂນຄົວ
5.2 ນິຕິບຸກຄົນ:
- ໃບສະເໜີຂໍເປີດບັນຊີ
- ໃບທະບຽນການດໍາເນີນທຸລະກິດ
- ໃບເສຍພາສີອາກອນ
- ບັດປະຈໍາຕົວຜູ້ເປີດບັນຊີ
- ແບບຢ່າງລາຍເຊັນເຈົ້າຂອງບັນຊີ
5.3 ສໍາລັບບໍລິສັດ:
- ມີໃບສະເໜີຂໍເປີດບັນຊີຈາກບໍລິສັດ
- ໃບອະນຸຍາດດໍາເນີນທຸລະກິດ
- ໃບທະບຽນວິສະຫະກິດ
- ໃບເສຍອາກອນ
- ສໍາເນົາບັດປະຈໍາຕົວຫຼືສໍາມະໂນຄົວ
- ລູກຄ້າຕ້ອງຕື່ມຂໍ້ມູນຂອງຕົນເອງໃສ່ແບບຟອມເປີດບັນຊີໃໝ່ຂອງທະນາຄານໃຫ້ຖືກຕ້ອງແລະຄົບຖ້ວນ.
5.4 ສໍາລັບກະຊວງຫຼືກົມກອງຕ້ອງປະກອບເອກະສານດັ່ງນີ້:
- ມີໃບສະເໜີຂໍເປີດບັນຊີຈາກບໍລິສັດ, ກົມກອງ, ກະຊວງ.
- ລູກຄ້າຕ້ອງຕື່ມຂໍ້ມູນຂອງຕົນເອງໃສ່ແບບຟອມເປີດບັນຊີໃໝ່ຂອງທະນາຄານໃຫ້ຖືກຕ້ອງແລະຄົບຖ້ວນ.
 
VI. ປິດບັນຊີກະແສລາຍວັນ
- ມີໃບສະເໜີຂໍປິດບັນຊີຈາກບໍລິສັດ, ກົມກອງ, ກະຊວງ.
- ລູກຄ້າຈໍາຕ້ອງສົ່ງປຶ້ມແຊັກຄືນໃຫ້ທະນາຄານ.
 
 
© Copyright 2012 Lao Development Bank All rights reserved.