| |
 |
| |
| ເອທີເອັມ ATM |
ບັດATMຂອງທະນາຄານພັດທະນາລາວ, ເປັນບັດທີ່ຊ່ວຍໃຫ້ທ່ານໃຊ້ຈ່າຍ, ຊື້ສິນຄ້າຢູ່ຕາມຫ້າງຮ້ານຕ່າງໆທີ່ເປັນສະມາຊິກເຄື່ອງ ຮູ້ດບັດຂອງທພລ, ໄດ້ຢ່າງສະດວກສະບາຍແລະໃຫ້ທ່ານສາມາດເບີກຖອນເງິນໄດ້ຕະຫຼອດ24ຊົ່ວໂມງຕາມທີ່ທ່ານຕ້ອງການ.
+ ລູກຄ້າສາມາດເລືອກໃບຖອນປະເພດໃບເງິນໄດ້ຕາມໃຈ (ໃບ 100,000. 50,000. 20,000) ວິທີການເລືອກໃບເງິນ. |
| |
| I. ສິດທິປະໂຫຍດຕ່າງໆ |
- ສາມາດຖອນເງິນຈາກຕູ້ATMໄດ້ຕະຫຼອດ24ຊົ່ວໂມງ.
- ສາມາດໂອນເງິນຈາກບັນຊີຫາບັນຊີຜ່ານລະບົບຕູ້ATM.
- ສາມາດໃຊ້ບັດATMຂອງທພລເພື່ອຊື້ສິນຄ້າຫຼືຊຳລະຄ່າບໍລິການໄດ້ຕາມຫ້າງຮ້ານຕ່າງໆທີ່ມີເຄື່ອງໝາຍຂອງ (ທພລ ຫຼື LDB) ແທນເງິນສົດ.
- ກໍລະນີບັດເສຍຫຼືຖືກລັກ, ທ່ານສາມາດຍົກເລີກການນໍາໃຊ້ບັດນັ້ນໄດ້ແລະຂໍອອກບັດໃໝ່ແທນ.
- ສາມາດກວດເບິ່ງຍອດເງິນທີ່ຍັງເຫຼືອຂອງທ່ານໃນບັດATMໄດ້ຕະຫຼອດເວລາ.
- ສາມາດສະເໜີຂໍອອກບັດATMໄດ້ທັນທີໂດຍຫຼືທ່ານສາມາດເປີດບັນຊີເງິນຝາກພ້ອມດຽວກັບເວລາທີ່ທ່ານສະເໜີຂໍອອກບັດໃໝ່ໄດ້. |
| |
| II. ການບໍລິການຖອນເງິນຈາກຕູ້ |
- ທ່ານສາມາດຖອນເງິນຈາກຕູ້ATMໄດ້ມື້ໜຶ່ງສູງສຸດ: 6.000.000ກີບ.
- ມື້ໜຶ່ງສາມາດຖອນໄດ້ບໍ່ເກີນ: 6ຄັ້ງ.
- ສາມາດຖອນໄດ້ສູງສຸດ: 1.000.000ກີບ/ຄັ້ງ.
ພິເສດບັດຄໍາ:
- ທ່ານສາມາດຖອນເງິນໄດ້ຈາກຕູ້ATMໄດ້ມື້ໜຶ່ງສູງສຸດ: 10.000.000ກີບ.
- ມື້ໜຶ່ງສາມາດຖອນໄດ້ສູງສຸດ: 10ຄັ້ງ.
- ສາມາດຖອນໄດ້ສູງສຸດ: 1.000.000ກີບ/ຄັ້ງ.
ກໍລະນີຖອນເງິນຄົບກໍານົດ 6 ຄັ້ງແລ້ວ ແມ່ນຈະອະນຸຍາດໃຫ້ຖອນເພີ່ມໄດ້ຕື່ມອີກ 4 ຄັ້ງສໍາລັບບັດທໍາມະດາ ແລະ 5 ຄັ້ງສໍາລັບບັດຄໍາ. ແຕ່ທຸກຄັ້ງທີ່ຖອນເກີນແມ່ນຈະເກັບຄ່າທໍານຽມຄັ້ງລະ 2000 ກີບ.
|
| |
| III. ການບໍລິການໂອນເງິນຜ່ານຕູ້ |
- ເງິນກີບສາມາດໂອນໄດ້: 100ລ້ານກີບ/ບັນຊີ/ມື້.
- ເງິນໂດລາໂອນໄດ້: 15,000ໂດລາ/ບັນຊີ/ມື້.
- ເງິນບາດໂອນໄດ້: 300,000ບາດ/ບັນຊີ/ມື້.
ພິເສດບັດຄໍາ:
- ເງິນກີບສາມາດໂອນໄດ້: 150ລ້ານກີບ/ບັນຊີ/ມື້.
- ເງິນໂດລາໂອນໄດ້: 18,000ໂດລາ/ບັນຊີ/ມື້.
- ເງິນບາດໂອນໄດ້: 500,000ບາດ/ບັນຊີ/ມື້. |
|
| |
| IV. ຄ່າທໍານຽມບໍລິການ ຖອນ/ໂອນເງິນ ເກີນກໍານົດວົງເງິນ ຜ່ານຕູ້ ເອທີເອັມ |
| ລ/ດ |
ປະເພດບັດ |
ລາຍການ |
ສະກຸນເງິນ |
ເນື້ອໃນ |
ຈໍານວນ
ຄັ້ງ/ມື້
|
ຄ່າທໍານຽມ
ຕໍ່ຄັ້ງ/ກີບ
|
ວົງເງິນສູງສຸດ
ຕໍ່ຄັ້ງ
|
ວົງເງິນສູງສຸດ
ຕໍ່ມື້
|
| 1 |
ບັດຄໍາ |
ຖອນ |
ທຽບເທົ່າກີບ |
|
5 |
2,000 ກີບ |
1,000,000 ກີບ |
5,000,000 ກີບ |
| ໂອນ |
ກີບ |
ຫາກີບ |
ບໍ່ກໍານົດ |
5,000 ກີບ |
50,000,000 ກີບ |
50,000,000 ກີບ |
| ຫາສະກຸນເງິນອື່ນ |
ບໍ່ກໍານົດ |
5,000 ກີບ |
1,000,000 ກີບ |
50,000,000 ກີບ |
| ໂດລາ |
ຫາໂດລາ |
ບໍ່ກໍານົດ |
5,000 ກີບ |
2,000 ໂດລາ |
2,000 ໂດລາ |
| ຫາສະກຸນເງິນອື່ນ |
ບໍ່ກໍານົດ |
5,000 ກີບ |
300 ໂດລາ |
2,000 ໂດລາ |
| ບາດ |
ຫາບາດ |
ບໍ່ກໍານົດ |
5,000 ກີບ |
200,000 ບາດ |
200,000 ບາດ |
| ຫາສະກຸນເງິນອື່ນ |
ບໍ່ກໍານົດ |
5,000 ກີບ |
10,000 ບາດ |
200,000 ບາດ |
| 2 |
ບັດທໍາມະດາ |
ຖອນ |
ທຽບເທົ່າກີບ |
|
4 |
2,000 ກີບ |
1,000,000 ກີບ |
4,000,000 ກີບ |
| ໂອນ |
ກີບ |
ຫາກີບ |
ບໍ່ກໍານົດ |
5,000 ກີບ |
50,000,000 ກີບ |
50,000,000 ກີບ |
| ຫາສະກຸນເງິນອື່ນ |
ບໍ່ກໍານົດ |
5,000 ກີບ |
1,000,000 ກີບ |
50,000,000 ກີບ |
| ໂດລາ |
ຫາໂດລາ |
ບໍ່ກໍານົດ |
5,000 ກີບ |
2,000 ໂດລາ |
2,000 ໂດລາ |
| ຫາສະກຸນເງິນອື່ນ |
ບໍ່ກໍານົດ |
5,000 ກີບ |
300 ໂດລາ |
2,000 ໂດລາ |
| ບາດ |
ຫາບາດ |
ບໍ່ກໍານົດ |
5,000 ກີບ |
200,000 ບາດ |
200,000 ບາດ |
| ຫາສະກຸນເງິນອື່ນ |
ບໍ່ກໍານົດ |
5,000 ກີບ |
10,000 ບາດ |
200,000 ບາດ |
|
| |
| V. ຮູບແບບການບໍລິການບັດເອທີເອັມ |
- ການຖອນ.
- ການໂອນ.
- ກໍລະນີມີ3ບັນຊີໃນບັດດຽວສາມາດໂອນລະຫວ່າງບັນຊີພາຍໃນບັດໄດ້ເທົ່າກັບຍອດເງິນຄົງເຫຼືອໃນບັນຊີນັ້ນໄດ້(ບໍ່ຈໍາກັດວົງເງິນ).
- ສອບຖາມຍອດເງິນຝາກໃນບັນຊີ.
- ພິມ Statement.
- ກວດອັດຕາແລກປ່ຽນ
- ບັດໜຶ່ງສາມາດມີ3ບັນຊີເຊັ່ນ: ເງີນ, ບາດ, ໂດລາ. ເວລາຖອນໄດ້ເປັນເງິນກີບ.
- ສາມາດເບິ່ງຍ້ອນຫຼັງການເຮັດທຸລະກໍາໄດ້5ຄັ້ງທີ່ຜ່ານມາ. |
| |
| VI. ຄ່າທໍານຽມ |
| - ເປີດບໍລິການບັດໃໝ່ |
40.000ກີບ/ບັດ |
| - ຄ່າທໍານຽມອອກບັດໃໝ່(ກໍລະນີບັດເສຍ) |
30.000ກີບ/ບັດ |
| - ຄ່າທໍານຽມ ອອກລະຫັດໃໝ່(ກໍລະນີລືມລະຫັດບັດ) |
10.000ກີບ/ບັດ |
| - ຄ່າທໍານຽມ ອອກບັດດ່ວນ(ສໍາລັບສໍານັກງານໃຫຍ່) |
50.000ກີບ/ບັດ |
| - ຄ່າບໍລິການບັດຖືກກືນ (ບໍ່ແມ່ນບັດຂອງ ທພລ) |
10.000ກີບ/ບັດ |
| - ຄ່າບໍລິການລາຍເດືອນ (ສໍາລັບລູກຄ້າທົ່ວໄປ) |
5.000ກີບ/ບັນຊີ/ເດືອນ |
| - ຄ່າບໍລິການລາຍເດືອນ (ສໍາລັບພ/ງລັດບໍລິຫານ) |
2.000ກີບ/ບັນຊີ/ເດືອນ |
| - ຄ່າທໍານຽມປົດບ໊ອກ (Block)ບັດ ATM ທພລ |
10.000ກີບ/ຄັ້ງ |
|
| |
| ເງື່ອນໄຂການນໍາໃຊ້ບັດ ເອທີເອັມ (ATM) |
ທະນາຄານ ພັດທະນາລາວ ຕໍ່ໄປເອີ້ນວ່າ: "ທະນາຄານ" ໄດ້ໃຫ້ບໍລິການກ່ຽວກັບເອທີເອັມ, ເຊິ່ງບັດເອທີເອັມທີ່ທາງທະນາຄານອອກໃຫ້ຕໍ່ໄປເອີ້ນວ່າ: "ບັດ".
ບັນດາລູກຄ້າທີ່ໄດ້ຮັບການອະນຸມັດຈາກທະນາຄານໃນການຄອບຄອງບັດເອີ້ນວ່າ: "ຜູ້ຖືບັດ". ເຊິ່ງຜູ້ຖືບັດຍິນດີໃຫ້ຄວາມຮ່ວມມືໃນການປະຕິບັດຕາມຂໍ້ຕົກລົງ ແລະ ເງື່ອນໄຂໃນການນໍາໃຊ້ບັດຕາມລາຍລະອຽດດັ່ງຕໍ່ໄປນີ້: |
| |
| 1. ລູກຄ້າທີ່ຕ້ອງການນໍາໃຊ້ບັດເອທີເອັມຂອງ ທະນາຄານ ພັດທະນາລາວ ຈະຕ້ອງໄດ້ຂຽນໃບສະໝັກ ຂໍນໍາໃຊ້ບັດ ກັບທະນາຄານຕາມແບບຟອມທີ່ກໍານົດໄວ້. |
| |
| 2. ທາງທະນາຄານມີສິດຍົກເລີກ, ປະຕິເສດການນໍາໃຊ້ ຫຼື ໃຫ້ລູກຄ້າສົ່ງບັດຄືນໃຫ້ແກ່ທະນາຄານທັນທີ ໃນກໍລະນີກະທໍໍາຜິດກົດໝາຍ ຫຼື ບໍ່ປະຕິບັດຕາມເງື່ອນໄຂຂອງ ທະນາຄານ. |
| |
| 3. ການຖອນເງິນຫຼືນໍາໃຊ້ບັດແຕ່ລະຄັ້ງຈະຕ້ອງບໍ່ໃຫ້ເກີນວົງເງິນໃນບັນຊີຂອງຜູ້ຖືບັດ ແລະ ຕ້ອງຮັກສາຍອດເງິນໃນບັນຊີຕໍ່າສຸດ 20,000ກີບ, 500ບາດ, 20ໂດລາ. |
| |
| 4. ຜູ້ຖືບັດຈະຕ້ອງມີຄວາມຮັບຜິດຊອບໃນການຮັກສາບັດຂອງຕົນເປັນຢ່າງສູງ ຫາກບັດມີການຕົກເຮ່ຍເສຍຫາຍ ຫຼື ຢູ່ໃນການຄອບຄອງຂອງຜູ້ອື່ນ. ຜູ້ຖືບັດຕ້ອງໄດ້ແຈ້ງໃຫ້ທາງທະນາຄານຮັບຮູ້ທັນທີ ເພື່ອຢຸດການນໍາໃຊ້ບັດດັ່ງກ່າວ. ຖ້າຫາກບັດດັ່ງກ່າວໄດ້ຖືກນໍາໃຊ້ກ່ອນການແຈ້ງໃຫ້ໜ່ວຍງານຮັບຜິດຊອບຮັບຮູ້ ຜູ້ຖືບັດຈະຕ້ອງຮັບຜິດຊອບໃນການນໍາໃຊ້ບັດນັ້ນໆ. |
| |
| 5. ໃນການນໍາໃຊ້ບັດແຕ່ລະຄັ້ງ ທີ່ເຮັດໃຫ້ທາງທະນາຄານໄດ້ຈ່າຍເງິນໃຫ້ຜ່ານຕູ້ ATM ຜູ້ຖືບັດຈະຕ້ອງໄດ້ຮັບຜິດຊອບຕໍ່ທຸກລາຍການທີ່ເກີດຂຶ້ນຈາກການກະທໍານັ້ນໆ. |
| |
| 6. ທະນາຄານສາມາດຍົກເລີກ ຫຼື ປ່ຽນແປງ ບັນດາສິດ ແລະ ຜົນປະໂຫຍດຕ່າງໆຂອງ ຜູ້ຖືບັດຕາມທີ່ທາງທະນາຄານໄດ້ຈັດຫາໃຫ້ຕາມຄວາມເໝາະສົມ. ເມື່ອມີການປ່ຽນແປງໃດໆ ແມ່ນຈະມີຜົນບັງຄັບໃຊ້ໂດຍບໍ່ຕ້ອງໄດ້ບອກກ່າວໃຫ້ຮູ້ລ່ວງໜ້າ. |
| |
| 7. ບັນດາເອກະສານ ຫຼື ຫຼັກຖານຕ່າງໆທີ່ທາງທະນາຄານເຮັດຂຶ້ນມາເພື່ອທໍາການຫັກໂອນເງິນຈາກບັນຊີເງິນຝາກທຸກໆບັນຊີຂອງຜູ້ຖືບັດ, ຜູ້ຖືບັດຈະຕ້ອງຍອມຮັບວ່ານັ້ນເປັນຄໍາສັ່ງໃນການຈ່າຍເງິນ ຫຼື ຫັກເງິນຈາກບັນຊີເງິນຝາກຂອງຜູ້ຖືບັດ ໂດຍທີ່ຜູ້ຖືບັດບໍ່ຈໍາປັນຕ້ອງມີການລົງນາມໃນເອກະສານໃດໆເພີ່ມຕື່ມກັບທາງ ທະນາຄານ. |
| |
| 8. ຜູ້ຖືບັດສາມາດແຈ້ງຍົກເລີກການນໍາໃຊ້ບັດກັບທາງທະນາຄານໂດຍຕ້ອງມີເອກະສານລົງນາມທີ່ຊັດເຈນ ແລະ ຜູ້ຖືບັດສາມາດອອກບັດໃໝ່ເພື່ອປ່ຽນແທນບັດເກົ່າໄດ້ ໂດຍອີງໃສ່ເງື່ອນໄຂ ແລະ ຄວາມຍິນຍອມທີ່ໄດ້ຕົກລົງກັບທາງທະນາຄານ. |
| |
| 9. ຫາກມີການຍົກເລີກການນໍາໃຊ້ບັດ. ຜູ້ຖືບັດຈະຕ້ອງໄດ້ສົ່ງບັດຄືນໃຫ້ແກ່ທະນາຄານທັນທີ. ຖ້າຫາກວ່າບັດທີ່ຖືກຍົກເລີກນັ້ນມີການນໍາໃຊ້ໃນກໍລະນີໃດກໍ່ຕາມ, ຜູ້ຖືບັດຈະຕ້ອງຍິນຍອມໃຫ້ພາກສ່ວນທີ່ກ່ຽວຂ້ອງຍຶດບັດນັ້ນທັນທີ. |
| |
| 10. ຫາກຜູ້ຖືບັດຕ້ອງການອອກບັດໃໝ່ ໂດຍທີ່ບັດເກົ່າຍັງສາມາດໃຊ້ໄດ້ຢູ່, ຜູ້ຖືບັດຈໍາຕ້ອງໄດ້ເສຍຄ່າທໍານຽມໃນການອອກບັດໃໝ່ນັ້ນ ຕາມທີ່ທາງທະນາຄານໄດ້ກໍານົດໄວ້ ແລະ ການເກັບຄ່າທໍານຽມບໍາລຸງຮັກສາບັດ ແມ່ນທາງທະນາຄານຈະເກັບແຕ່ລະເດືອນໂດຍຫັກຈາກບັນຊີຂອງຜູ້ຖືບັດ. |
| |
| 11. ທາງທະນາຄານໄດ້ລະບຸຄ່າທໍານຽມໃນການອອກບັດ ແລະ ຄ່າທໍານຽມອື່ນໆທີ່ກ່ຽວຂ້ອງກັບການນໍາໃຊ້ເອທີເອັມຕາມແຕ່ລະໄລຍະ. ເຊິ່ງຜູ້ຖືບັດຕົກລົງໃນການເສຍຄ່າທໍານຽມນັ້ນໆ. |
| |
| 12. ຜູ້ຖືບັດຄວນປ່ຽນລະຫັດລັບ(PIN)ຂອງຕົນເອງທັນທີເມື່ອມີການນໍາໃຊ້ບັດຄັ້ງທໍາອິດ ແລະ ຄວນສະຫງວນລະຫັດລັບຂອງຕົນເອງໄວ້, ຖ້າຫາກມີບຸກຄົນອື່ນຮັບຮູ້ ແລະ ສາມາດນໍາໃຊ້ບັດຂອງຜູ້ຖືບັດໄດ້ທາງທະນາຄານຈະບໍ່ຮັບຜິດຊອບຕໍ່ການກະທໍານັ້ນແຕ່ຢ່າງໃດ. |
| |
| 13. ຜູ້ຖືບັດຈະຕ້ອງໄດ້ແຈ້ງໃຫ້ທາງທະນາຄານຮັບຮູ້ເມື່ອມີການປ່ຽນແປງຂໍ້ມູນກ່ຽວກັບຜູ້ຖືບັດ ເຊັ່ນມີການປ່ຽນແປງທີ່ພັກອາໄສ, ສະຖານທີເຮັດວຽກ ແລະ ຂໍ້ມູນອື່ນໆທີ່ມີຄວາມຈໍາເປັນ. |
| |
| 14. ຜູ້ຖືບັດຍິນຍອມໃຫ້ທາງທະນາຄານສອບຖາມ ຫຼື ເປີດເຜີຍເອກະສານບາງຢ່າງ ຫຼື ທັງໝົດກ່ຽວກັບຜູ້ຖືບັດໃຫ້ບຸກຄົນ ຫຼື ນິຕິບຸກຄົນທີ່ທາງທະນາຄານເຫັນສົມຄວນວ່າສາມາດເປີດເຜີຍຂໍ້ມູນໃຫ້ໄດ້ ເຖິງວ່າຈະມີການຍົກເລີກ ຫຼື ນໍາໃຊ້ບັດຢູ່ກໍ່ຕາມ. |
| |
| 15. ຜູ້ຖືບັດຈໍາຕ້ອງກວດສອບຄວາມຖືກຕ້ອງທຸກຄັ້ງເມື່ອໄດ້ຮັບໃບແຈ້ງຍອດເງິນພາຍຫຼັງການນໍາໃຊ້ຕູ້ ATM. ຖ້າຫາກມີຂໍ້ຜິດພາດໃຫ້ຜູ້ຖືບັດແຈ້ງຕໍ່ໜ່ວຍງານທີ່ກ່ຽວຂ້ອງຮັບຮູ້ທັນທີ. ຖ້າວ່າຜູ້ຖືບັດບໍ່ມີການທັກທ້ວງພາຍໃນ 5 ວັນໃນໂມງລັດຖະການ, ແມ່ນຖືວ່າຂໍ້ມູນທີ່ລະບຸໃນໃບແຈ້ງຍອດເງິນນັ້ນຖືກຕ້ອງ ແລະ ຜູ້ຖືບັດບໍ່ມີສິດໃນການທັກທ້ວງ ຫຼື ກ່າວອ້າງຕໍ່ກັບທະນາຄານແຕ່ຢ່າງໃດ. |
| |
| 16. ຖ້າຜູ້ຖືບັດມີບັນຫາໃດກ່ຽວກັບການນໍາໃຊ້ບັດ ຫຼື ກ່ຽວຂ້ອງກັບຕູ້ ATM ໃຫ້ຜູ້ຖືບັດເຂົ້າມາພົວພັນກັບຂະແໜງບໍລິການ ATM ຂອງທະນາຄານໂດຍກົງເພື່ອແກ້ໄຂບັນຫາໃຫ້ທ່ວງທັນ. |
| |
| 17. ການນໍາໃຊ້ບັດກັບເຄື່ອງຮູ້ດບັດອັດຕະໂນມັດທີ່ມີຂໍ້ຕົກລົງກັບທາງທະນາຄານຖືວ່າເປັນການກະທໍາທີ່ຖືກຕ້ອງ ແລະ ຜູ້ຖືບັດຈະຕ້ອງຮັບຜິດຊອບຕໍ່ທຸກລາຍການຂອງຕົນລວມທັງຄ່າທໍານຽມທີ່ເກີດຂຶ້ນຈາກການນໍາໃຊ້ບັດນັ້ນໆ. |
| |
| 18. ທະນາຄານສາມາດປັບປຸງ, ເພີ່ມຕື່ມ ແລະ ແກ້ໄຂ ລາຍລະອຽດຕ່າງໆຂອງຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆຂອງທະນາຄານພຽງຜູ້ດຽວ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ຜູ້ຖືບັດຮັບຮູ້ລ່ວງໜ້າ. |
| |
| 19. ຂໍ້ຕົກລົງ ແລະ ເງື່ອນໄຂທັງໝົດທີ່ກໍານົດໄວ້ຂ້າງເທິງນັ້ນແມ່ນຢູ່ພາຍໃຕ້ກົດລະບຽບພາຍໃນຂອງ ທະນາຄານພັດທະນາລາວ ກໍ່ຄືກົດໝາຍຂອງ ສ.ປ.ປ.ລາວ. |
| |