ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
 
ຂ່າວສານ
News Index
Posted(ວັນທີ່): 2010-09-01
Tittle(ຫົວຂໍ້): ທພລ ມອບເຄື່ອງກິລາໃຫ້ອ້າຍນ້ອງທະຫານກອງພັນນ້ອຍທີ V




Content(ເນື້ອໃນ): ໃນຕອນເຊົ້າຂອງວັນທີ 10 ສິງຫາ 2010 ທີ່ທະນາຄານພັດທະນາລາວ ສໍານັກງານໃຫຍ່ ໄດ້ມີພິທີ ມອບເຄື່ອງກິລາໃຫ້ອ້າຍນ້ອງທະຫານກອງພັນນ້ອຍທີ V . ລາຍການເຄື່ອງມອບປະກອບມີ ເສື້ອ ທພລ 8 ໂຕ, ຊຸດນັກກິລາ 14 ຊຸດ ແລະ ຊຸດວອມ 2 ຊຸດ ລວມມູນຄ່າທັງໝົດ: 1.153.500 ກີບ. ໃຫ້ກຽດຂື້ນມອບເຄື່ອງແມ່ນ ທ່ານ ແສງເພັດ ມະນີວົງ ຮອງຜູ້ອໍານວຍການ ທະນາຄານພັດທະນາລາວ ກ່າວຮັບແມ່ນ ທ່ານ ຈັນທອນ ບຸດດາແສງ ຄະນະກອງພັນນ້ອຍທີ V ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດທີ່ຈະມາເຖິງໃຫ້ມີຂະບວນຟົດຟື້ນ. ນອກຈາກນີ້ກໍ່ເພື່ອເປັນການເສີມສ້າງຄວາມສາມັກຄີລະຫວ່າງທະນາ ຄານພັດທະນາລາວ ແລະ ອ້າຍນ້ອງທະຫານກອງພັນນ້ອຍທີ V. ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ຄະນະບໍລິຫານງານ ທະນາຄານພັດທະນາລາວ ທ່ານ ຈັນທອນ ບຸດດາແສງ ຄະນະກອງພັນນ້ອຍທີ V ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະຜູ້ບໍລິຫານທະນາຄານພັດທະນາລາວ ທີ່ໄດ້ໃຫ້ການສະໜັບສະໜູນວັດຖຸປັດໄຈໃນການຝຶກຊ້ອມໃນການຫຼີ້ນກິລາ. ສະນັ້ນເຄື່ອງຈໍານວນດັ່ງກ່າວນີ້ຈະໄດ້ປະກອບເຂົ້າໃສ່ໃນການສ້າງຂະບວນກິລາ ພາຍໃນກົມກອງຂອງຕົນ ແລະ ໃຫ້ປະສົບຜົນສໍາເລັດຕາມຄວາມຄາດໝາຍ.


ກັບຄືນ ສູ່ໜ້າຂ່າວ(Back to News)  
 
 
© Copyright 2012 Lao Development Bank All rights reserved.