ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
 
ຂ່າວສານ
 News Index
Posted(ວັນທີ່): 2011-12-23
Tittle(ຫົວຂໍ້): ຊົມເຊີຍຜົນສໍາເລັດກອງປະຊຸມ ສະມາຄົມທະນາຄານ-ອາຊຽນ ຄັ້ງທີ 41 ທີ່ ນະຄອນຫລວງວຽງຈັນ




Content(ເນື້ອໃນ): ພິທີຊົມເຊີຍຜົນສໍາເລັດກອງປະຊຸມສະມາຄົມທະນາຄານອາຊຽນ ຄັ້ງທີ 41 ໄດ້ຈັດຂື້ນ ທີ່ຮ້ານອາຫານດາວວຽງ ນະຄອນຫລວງວຽງຈັນ ໃນຄໍ່າຄືນຂອງວັນທີ 20 ທັນວາ 2011 ໂດຍການເຂົ້າຮ່ວມຂອງທ່ານ ບຸນສົງ ສົມມາລາວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ອໍານວຍການຈາກບັນດາທະນາຄານທຸລະກິດລັດ-ເອກະຊົນ ທັງພາຍໃນທັງພາຍແລະຕ່າງປະເທດ ພ້ອມດ້ວຍພະນັກງານເຂົ້າຮ່ວມຢ່າງພ້ອມພຽງ ເພື່ອເປັນການສະຫຼຸບລາຍງານຜົນສໍາເລັດ ຂອງການເປັນເຈົ້າພາບຈັດກອງປະຊຸມປະ ຈໍາປີ ຄັ້ງທີ 41 ຂອງສະມາຄົມທະນາຄານອາຊຽນ ໄດ້ຈັດຂື້ນລະຫວ່າງວັນທີ 17-18 ພະຈິກ 2011 ຜ່ານມາ ທີ່ ນະຄອນຫລວງວຽງຈັນ ຊຶ່ງສະມາຄົມທະນາຄານລາວ ໄດ້ຮັບກຽດເປັນ ເຈົ້າພາບ. ຕະຫລອດໄລຍະເວລາ 4 ປີ(2008-2011) ແຫ່ງວາລະການດໍາລົງຕໍາແໜ່ງເປັນປະ ທານສະມາຄົມທະນາຄານລາວຊຸດເກົ່າ ໂດຍແມ່ນ ທະນາຄານພັດທະນາລາວ ທີ່ໄດ້ເຮັດໜ້າ ທີ່ຊີ້ນໍາ-ນໍາພາວຽກງານສະມາຄົມທະນາຄານລາວ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ເປັນຕົວແທນໃຫ້ແກ່ທະນາຄານ ທຸລະກິດໃນຂະແໜງການທະນາຄານຂອງ ສປປ ລາວ ຈັດຕັ້ງປະຕິບັດຕາມຂໍ້ກໍານົດ, ກົດລະ ບຽບກົດໝາຍຕ່າງໆຂອງພັກ-ລັດຖະບານ ກໍຄືຂອງທະນາຄານແຫ່ງ ສປປ ລາວ ວາງອອກ ໃນແຕ່ລະໄລຍະຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ປະກອບສ່ວນຢ່າງໃຫຍ່ ຫລວງໃນການສ້າງສາພັດທະນາປະເທດຊາດ. ໂດຍອີງຕາມບົດບັນທຶກກອງປະຊຸມຂອງສະມາຄົມທະນາຄານລາວ ຄັ້ງວັນທີ 14 ທັນ ວາ 2011, ຕໍາແໜ່ງປະທານສະມາຄົມທະນາຄານລາວ ໄດ້ມີຄວາມເຫັນດີເປັນເອກະພາບກັນ ມອບໃຫ້ ຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເປັນປະທານ ແລະ ຜູ້ອໍານວຍການໃຫຍ່ ທະນາຄານສົ່ງເສີມກະສິກໍາ ເປັນຮອງປະທານ. ທ່ານ ນໍລະດີ ສີລັດຕະນະ ອາດີດ ປະທານສະມາຄົມທະນາຄານລາວ ຜູ້ເກົ່າໄດ້ກ່າວ ວ່າ” ເພື່ອເຮັດໃຫ້ວຽກງານຂອງສະມາຄົມທະນາຄານລາວ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ມື້ນີ້ພວກເຂົ້າພະເຈົ້າຂໍມອບໜ້າທີ່ອັນມີກຽດດັ່ງກ່າວ ໃຫ້ກັບຄະນະສະມາຄົມທະນາຄານລາວ ຊຸດໃຫມ່ ເພື່ອຮັບໄປຈັດຕັ້ງປະຕິບັດໃນວາລະຕໍ່ໄປ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງປະທານສະມາຄົມທະນາຄານລາວ ຊຸດໃຫມ່ສາມາດສືບ ຕໍ່ໃຫ້ການສະໜັບສະໜູນແລະໃຫ້ການຮ່ວມມືກັບບັນດາທະນາຄານສະມາຊິກເຮັດໃຫ້ວຽກງານດັ່ງກ່າວປະສົບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ ແລະ ເນື່ອງໃນໂອກາດສົ່ງທ້າຍ ປີເກົ່າ ຄສ 2011 ແລະ ຕ້ອນຮັບປີໃຫມ່ ຄສ 2012 ທີ່ຈະມາເຖິງນີ້ ຂ້າພະເຈົ້າຕາງໜ້າໃຫ້ຄະນະສະມາຄົມທະ ນາຄານລາວຊຸດເກົ່າ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດຂັ້ນສູງ ໂດຍສະເພາະ ທ່ານ ບຸນສົງ ສົມມາລາວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ, ມີພາລະນາໄມສົມບູນ, ແຂງແຮງ ຊີ້ນໍາ-ນໍາພາລະບົບ ທະນາຄານຂອງ ສປປ ລາວໃຫ້ມີຄວາມກ້າວ ແລະ ຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ທີ່ເຂົ້າຮ່ວມໃນພິທີ ຈົ່ງມີແຕ່ຄວາມສຸກ, ຄວາມ ຈະເລີນ ແລະປະສົບຜົນສໍາ ເລັດໃນໜ້າທີ່ການງານ.”


ກັບຄືນ ສູ່ໜ້າຂ່າວ(Back to News)  
 
 
© Copyright 2012 Lao Development Bank All rights reserved.