ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
 
ຂ່າວສານ
 News Index
Posted(ວັນທີ່): 2011-08-16
Tittle(ຫົວຂໍ້): ທະນາຄານພັດທະນາລາວ ອອກໃຫ້ບໍລິການດ້ວຍລົດຕູ້ເຄື່ອນທີ່




Content(ເນື້ອໃນ): ເພື່ອເປັນການອໍານວຍຄວາມສະດວກສະບາຍແກ່ລູກຄ້າ ທີ່ມາໃຊ້ການບໍລິການຢູ່ທະນາ ຄານພັດທະນາລາວ(ທພລ) ສະນັ້ນໃນຕອນເຊົ້າຂອງວັນທີ 5 ສິງຫາ 2011 ທພລ ຈື່ງໄດ້ນໍາ ໃຊ້ລົດເຄື່ອນທີ່ອອກໃຫ້ບໍລິ ການແກ່ລູກຄ້າຢູ່ວິທະຍາໄລເສດຖາບໍລິຫານທຸລະກິດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນທະລີ ທອງລາ ຫົວໜ້າສູນຄົ້ນຄວ້າແລະການຕະຫລາດ ທພລ, ທ່ານ ຄໍາສອນ ສຸລິຍະແສງ ຜູ້ອໍານວຍການ ວິທະຍາໄລເສດຖາບໍລິຫານທຸລະກິດ, ມີບັນດາທ່ານ ຮອງຫົວໜ້າສູນຄົ້ນຄວ້າ ແລະການຕະຫລາດ, ຮອງອໍານວຍການວິທະຍາໄລດັ່ງ ກ່າວ, ພ້ອມດ້ວຍພະນັກງານທັງສອງຝ່າຍ ແລະ ຕາງໜ້ານັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ນາງ ຈັນທະລີ ທອງລາ ຫົວໜ້າສູນຄົ້ນຄວ້າແລະການຕະຫລາດໄດ້ກ່າວເຖິງຈຸດປະ ສົງຂອງການລົງມາໃຫ້ບໍລິການໃນຄັ້ງນີ້ກໍ່ເພື່ອເປັນການອໍານວຍຄວາມສະດວກສະບາຍ ແກ່ລູກ ຄ້າເຖິງທີ່, ຊຶ່ງມີການບໍລິການຮັບເງິນຝາກ, ຮັບອອກ ບັດ ATM. ນອກຈາກນີ້ ຍັງໄດ້ແນະນໍາກ່ຽວກັບຜະລິດຕະພັນການບໍລິການຕ່າງໆຂອງ ທພລ. ນອກຈາກນີ້ ທີມງານຍັງໄດ້ໃຫ້ບໍລິການຮັບເງິນຝາກ, ຮັບອອກບັດ ATM ແກ່ຄູ, ອາ ຈານ, ນັກຮຽນ, ນັກສຶກສາ ພາຍໃນວິທະຍາໄລດັ່ງກ່າວ ແລະ ສະເໜີກິດຈະກໍາກ່ຽວກັບທະນາ ຄານພັດທະນາລາວ ຖາມ-ຕອບ ເພື່ອຮັບຂອງທີ່ລະນຶກຈາກ ທພລ ຊື່ງເປັນການສ້າງສີສັນພາຍໃນງານໄດ້ພໍສົມຄວນ.


ກັບຄືນ ສູ່ໜ້າຂ່າວ(Back to News)  
 
 
© Copyright 2012 Lao Development Bank All rights reserved.