ບໍລິການນອກສະຖານທີ່ດ້ວຍລົດຕູ້ເຄື່ອນທີ່ຂອງ ທພລ. ປະຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ໃນທຸກໆ
ວັນພຸດທີ່: ໂຮງຮຽນວິທະຍາໄລສັບພະວິຊາ, ວັນພະຫັດທີ່: ໂຮງຮຽນການເງິນດົງຄໍາຊ້າງ ແລະ ວັນສຸກທີ່: ໂຮງຮຽນກົດໝາຍພາກກາງ.
www.ldblao.com (Beta Lao version)
 
 
ຄວາມເປັນມາຂອງທະນາຄານພັດທະນາລາວ
ທະນາຄານພັດທະນາລາວ ໄດ້ຮັບການອະນຸມັດສ້າງຕັ້ງຂຶ້ນໂດຍທະນາຄານແຫ່ງ ສປປ ລາວ ຕາມເອກະສານເລກທີ 09/ທຫລ, ລົງວັນທີ່ 19 ມີນາ 2003 ແລະ ຕາມຂໍ້ຕົກລົງຂອງນາຍຍົກລັດຖະມົນຕີວ່າການກະຊວງການເງິນສະບັບເລກທີ 2582/ກງ, ລົງວັນທີ 10 ທັນວາ 2002. ທະນາຄານພັດທະນາລາວ ໄດ້ເປີດປ້າຍສະເໜີຕໍ່ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງເປັນທາງ ການໃນວັນທີ 09 ເມສາ 2003 ເປັນຕົ້ນມາ. ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ອາຄານ ເລກທີ່ 013 ຖະໜົນ ສຸພານຸວົງ, ບ. ສີຫອມ, ມ. ຈັນທະບູລີ, ນະຄອນຫລວງວຽງຈັນ.
 
ທະນາຄານພັດທະນາລາວ ສ້າງຕັ້ງຂື້ນໂດຍຫັນເອົາ 2 ທະນາຄານທຸລະກິດລັດລວມຕົວເຂົ້າກັນ, ເຊິ່ງປະກອບມີ: ທະນາຄານລາວໃໝ່ຈໍາກັດ ແລະ ທະນາຄານລ້ານຊ້າງຈໍາກັດ ພ້ອມກັນນີ້ກໍ່ໂຮມເອົາຊັບສິນ, ໜີ້ສີນ ແລະ ພະນັກງານທະນາຄານທັງໝົດເຂົ້າກັນ. ການລວມຕົວກັນຄັ້ງນີ້ແມ່ນ ເພື່ອຈຸດປະສົງ ເປັນການຟື້ນຟູ, ສ້າງຄວາມໝັ້ນຄົງແຂງແກ່ນ, ເປັນທີ່ໄວ້ວາງໃຈຂອງສັງຄົມ, ຫັນເອົາວຽກງານທະນາຄານໄປສູ່ການດໍາເນີນທຸລະກິດທີ່ມີການໄລ່ລຽງ ທັງອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ​ປະ​ເທດພຽບພ້ອມໄປ​ດ້ວຍ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບ, ມີ​ຄວາມສາມາດ​ຢ່າງ​ກ້ວາງ​ຂວາງ ​ແລະ ທັນ​ສະ​ໄໝກວ່າ​ເກົ່າ. ຮັບປະກັນ​ໄດ້​ສິດຜົນປະ​ໂຫຍ​ດຂ​ອງລູກ​ຄ້າ​ຜູ້​ໃຊ້​ບໍລິການ ​ເວົ້າ​ສະ​ເພາະ​ແມ່ນ​ການຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ມະຕິ​ກອງປະ​ຊຸມ​ໃຫຍ່​ກໍ​ຄື​ບັນດາ​ຄາດໝາຍ​ສູ້​ຊົນທີ່​ພັກ​ ແລະ ​ລັດ​ຖະບານໄດ້​ກໍານົດ​ອອກ​ໄວ້​ນັ້ນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.
 
ວິໄສທັດ
ເປັນ​ທະນາຄານ​ທຸລະ​ກິດ​ຂອງ​ລັດທີ່​ດໍາ​ເນີນ​ທຸລະ​ກິດ​ຢູ່ໃນ ສ.ປ.ປ ລາວ, ​ເປັນ​ຜູ້ນໍາ​ໜ້າ​ໃນ​ການ​ສົ່ງ​ເສີມ​ພັດທະນາທຸລະກິດຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ດ້ວຍຄວາມມຸ້ງໝັ້ນໃນການ​ເປັນ​ຜູ້ນໍາ​ທາງ​ດ້ານ​ການ​ບໍລິການ​ໃນ​ລະດັບ​ສູງ​ ແນ່​ໃສ່ເຮັດ​ໃຫ້​ທຸລະ​ກິດ​ຂະ​ຫຍາ​ຍຕົວຢ່າງ​ຕໍ່​ເນື່ອງ.​
 
ໜ້າທີ
ຕອບ​ສະໜອງ​ຕາມ​ທິດ​ທາງ, ​ແນວທາງແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ​ທາງ​ດ້ານ​ວຽກ​ງານ​ການ​ເງິນ-ການ​ທະນາ​ຄານ. ຮັບປະກັນ​ການ​ສະໜອງທຶນ​ໃຫ້​ພຽງພໍ ​ສົ່ງເສີມສ້າງຄວາມໝັ້ນຄົງ ແລະ ການຈະເລີນເຕີບໂຕທີ່ມີຜົນຕອບແທນສູງ. ຮັບປະກັນຄວາມປອດໄພ, ວ່ອງໄວ, ທັນສະໄໝ ແລະ ຮັບໃຊ້ປະຊາຊົນ.
 
 
© Copyright 2012 Lao Development Bank All rights reserved.